ໂຊໂລມອນ ບໍ່ໃຫ້ເຮືອສະຫະລັດ ທຽບທ່າ ເພື່ອເຕີມເຊື້ອໄຟແລະເສີມກຳລັງບຳລຸງ

ສະຫະລັດເສຍໃຈໂຊໂລມອນບໍ່ໃຫ້ເຮືອດກວດການຊາຍຝັ່ງເຂົ້າຈອດເຕີມເຊື້ອໄຟແລະເສີມກຳລັງບຳລຸງ

ຈອນ ເຄີບີ ຜູ້ປະສານງານດ້ານການສື່ສານຂອງສະພາຄວາມໝັ້ນຄົງແຫ່ງຊາດຂອງລັດຖະບານສະຫະລັດເຜີຍວ່າ ໂອລິເວ ເຮນລີ ເຮືອກວດການຊາຍຝັ່ງຂອງສະຫະລັດ ຂໍຈອດຕາມປົກກະຕິເພື່ອເຕີມເຊື້ອໄຟແລະເສີມກຳລັງບຳລຸງ

ທີ່ທ່າເຮືອຂອງປະເທດໝູ່ເກາະ ໂຊໂລມອນໃນມະຫາສະໝຸດປາຊີຟິກ ໃນຕົ້ນອາທິດທີ່ຜ່ານມາແຕ່ລັດຖະບານໂຊໂລມອນບໍ່ຕອບຮັບຄຳຮ້ອງຂໍ ເຮັດໃຫ້ເຮືອຂອງສະຫະລັດຕ້ອງປ່ຽນໄປຈອດທີ່ປາປົວນິວກີນີແທນ


ເຄີບີລະບຸວ່າ ສະຫະລັດຮູ້ສຶກຜິດຫວັງຕໍ່ການຕັດສິນໃຈດັ່ງກ່າວຂອງ ໂຊໂລມອນ ແລະຮຍກຮ້ອງໃຫ້ອອກມາອາທິບາຍເຫດຜົນທີ່ປະຕິເສດຄຳຮ້ອງຂອງເຮືອສະຫະລັດ
ເຫດຄວາມບໍ່ສະບາຍໃຈຂອງສະຫະລັດເກີດຂຶ້ນທ່າມກາງຄວາມວິຕົກຕໍ່ການຂະຫຍາຍອິດທິພົນຂອງຈີນໃນພາກພື້ນໂຊໂລມອນຫາກໍເຮັດຂໍ້ຕົກລົງດ້ານຄວາມໝັ້ນຄົງກັບຈີນໃນເດືອນເມສາທີ່ຜ່ານມາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page