ອ່ານຈັກເທື່ອກໍເຕືອນສະຕິໄດ້ສະເໝີ “ຈົ່ງຢ່າອວດລວຍ ໃນມື້ທີ່ເຮົາຍັງທຸກຍາກ”

ອ່ານຈັກເທື່ອກໍເຕືອນສະຕິໄດ້ສະເໝີ “ຈົ່ງຢ່າອວດລວຍ ໃນມື້ທີ່ເຮົາຍັງທຸກຍາກ”

ເຈົ້າຂອງຮ້ານທອງ…ໃສ່ທອງເສັ້ນເທົ່າໜວດກຸ້ງ ແຕ່ລູກຈ້າງ (ບາງຄົນ) ທັງໝົດທີມີໃນຊີວິດຂົນມາໃສ່ໄວ້ແຂນໃສ່ຄໍໝົດ
ເຈົ້າຂອງບໍລິສັດລົດ…ຂັບລົດຈັກຄັນເກົ່າໄປຊື້ເຂົ້າແຄມທາງ ແຕ່ລູຈ້າງ ( ບາງຄົນ ) ຈະເຮັດທຸກວິທີທາງເພືອ່ປະກາດໃຫ້ໂລກຮູ້ວ່າມີລົດຫຼູຂັບ


ເຈົ້າຂອງກິດຈະການຕື່ນແຕ່ 5ໂມງມາເປີດຮ້ານເຮັດວຽກ ເຂົ້ານອນ 11-12ໂມງກາງຄືນ ແຕ່ລູກຈ້າງ ( ບາງຄົນ ) ຕື່ນ 8ໂມງເຊົ້າເລີກວຽກ 5ໂມງແລງ ບອກລຳບາກ
ເຈົ້າຂອງແຜງໝູ ຂາຍໄດ້ມື້ລະ 5ລ້ານ ເກັບທຸກກີບຢ່າງດີ ໃສ່ໄວ້ຕູ້ເຊັບ ທ້າຍເດືອນຮີບເອົາເຂົ້າທະນາຄານ ແຕ່ລູກຈ້າງ ( ບາງຄົນ ) ມີເງີນລ້ານກ້ອນດຽວ ໃນຊີວິດເອົາມາຮຽງຖ່າຍຮູບໂຊລົງໂຊຊ່ຽວໃຫ້ໂລກຮູ້


ເສດຖີຮ້ານຂາຍສົ່ງສອນໃຫ້ລູກທຸກຄົນ ເຮັດວຽກຫາລາຍໄດ້ພິເສດ ເພືອ່ມີເງີນເກັບໄປຊື້ຂອງຟຸ່ມເຟືອຍທີ່ຢາກໄດ້ເອງ ແຕ່ຂ້າງບ້ານສົ່ງລູກໄປຮຽນໃນເມືອງລູກຢາກໄດ້ໂທລະສັບໃໝ່ຮີບໂອນເງີນຊື້ໃຫ້ລູກ
ອ່ານຈົບບາງຄົນອາດຄິດວ່າ…ຄວາມສຸກຄົນເຮົາມັນບໍ່ຄືກັນ? ຄົນເຮົາຫາເງີນມາແລ້ວ ບໍ່ໃຊ້ໃຫ້ຕົນເອງມີຄວາມສຸກ ແລ້ວຈະຫາໄປເຮັດຫຍັງ? ເຊິ່ງຖ້າ “ລວຍແລ້ວ” ຈະໃຊ້ຊີວິດແບບໃດກໍໄດ້ ແຕ່ຖ້າຍັງ “ທຸກຍາກ” ຢູ່ຈະໃຊ້ຊີວິດແບບໃດກໍໄດ້ ແມ່ນຄິດຜິດ


ມັນເປັນຄວາມຈິງຖ້າເຮົາຍັງບໍ່ລວຍ ບໍ່ມີສິດໃຊ້ຊີວິດແບບໃດກໍໄດ້ ເພາະສຸດທ້າຍຄວາມອວດລວຍ,ຕິດຫຼູ ລົ້ມບໍ່ລົງ ຂອງຕົນເອງ ມັນຈະຕົກເປັນພາລະຕໍ່ໃນຄົນລຮຸ່ນຫຼັງເໝື່ອຍຫຼືມີຊີວິດທີ່ ປອມ ຊີວິດທີ່ຕ້ອງສ້າງພາບ,ຖ່າຍຮູບອັບລົງເຟສວ່າຕົນເອງຫຼູ,ວ່າຕົນເອງມີ ແຕ່ຮູ້ຫຼືບໍ່ວ່າ ເບື້ອງຫຼັງກວ່າຈະໄດ້ມາ ຕ້ອງເປັນໜີ້ເທົ່າໃດ
ຖ້າຄິດເປັນຊີວິດກໍປ່ຽນໄປໃນທາງທີ່ດີຂື້ນໄດ້ ຖ້າຄິດບໍ່ເປັນ ກໍຈົງແບບເກົ່າຕໍ່ໄປ…

Leave a Reply

Your email address will not be published. Required fields are marked *

You cannot copy content of this page