ສື່ເກົາຫຼີເໜືອອອກມາຢືນຢັນແລ້ວວ່າ ຄິມ ຈອງອຶນ ຜູ້ນຳສູງສຸຸດເກົາຫຼີເໜືອ ຕິດເຊື້ອໂຄວິດ-19
ໃນຂະນະທີ່ປະເທດເກົາຫຼີເໜືອກຳລັງຕໍ່ສູ້ກັບການຄວບຄຸມການລະບາດຂອງໂຄວິດ-19 ຫຼັງຈາກມີຂາວລືອອກມາຕະຫຼອດຫຼາຍອາທິດທີ່ຜ່ານມາ ກ່ຽວກັບການປ່ວຍຂອງຜູ້ນຳເກົາຫຼີເໜືອ ເນື່ອງຈາກກ່ອນໜ້ານີ້ນ້ອງສາວຜູ້ນຳຄິມ ໄດ້ອອກມາເປີດເຜີຍວ່າອ້າຍເປັນໄຂ້
ໂດຍສັງສືພິມສື່ກາງຂອງເກົາຫຼີເໜືອ ໄດ້ອອກມາຢືນຢັນການປ່ວຍໂຄວິດ-19 ຂອງຜູ້ນຳເກົາຫຼີເໜືອ ແລະກ່າວວ່າ ຄິມມີໄຂ້ຂຶ້ນສູງ ແລະຄາດວ່າ ໜ້າຈະຕິດເຊື້ອລະຫວ່າງທີ່ເດີນທາງໄປຢ້ຽມກຸ່ມແຮງງານທີ່ຕິດເຊື້ອໂຄວິດ-19
ກ່ອນໜ້ານີ້ ຄິມ ຈອງອຶນ ຫາກໍປະກາດໄຊຊະນະໃນການຕໍ່ສູ້ກັບການແພ່ລະບາດຂອງໂຄວິດ-19 ໃນເກົາຫຼີເໜືອ ພ້ອມກັບສັ່ງຍົກເລີກມາດຕາການທີ່ກຳໜົດຂຶ້ນເພື່ອຮັບມືດັບການລະບາດຂອງໂຄວິດ-19 ໃນເດືອນພຶດສະພາທີ່ຜ່ານມາ.
ຂະນະທີ່ ຄິມ ໂຍຈອງ ນ້ອງສາວຊົງອິດທິພົນຂອງຜູ້ນຳເກົາຫຼີເໜືອ ເປີດເຜີຍວ່າ ອ້າຍຂອງລາວປ່ວຍໄຂ້ ແຕ່ກໍສາບານວ່າ ຈະຕອບໂຕ້ຢ່າງຮຸນແຮງຕໍ່ເກົາຫຼີໃຕ້ເຊິ່ງເປັນສາເຫດທີ່ເຮັດໃຫ້ເກີດການແພ່ລະບາດຂອງໂຄວິດ-19.