ປະທານບໍລິສັດນ້ຳມັນລັດເຊຍຕົກປ່ອງຢ້ຽມເສຍຊີວິດ ເລັ່ງສືບສວນຫາສາເຫດ

ປະທານບໍລິສັດນ້ຳມັນລັດເຊຍຕົກປ່ອງຢ້ຽມເສຍຊີວິດ ເລັ່ງສືບສວນຫາສາເຫດ

ຣາວິລ ມາການອບ ປະທານບໍລິສັດນ້ຳມັນລາຍໃຫຍ່ອັນດັບສອງຂອງຣັດເຊຍ ເສຍ ຊີ ວິດ ໃນວັນທີ 01 ກັນຍານີ້ ຫຼັງຕົກປ່ອງຢ້ຽມໂຮງໝໍໃນກຮຸງມອສໂກຂອງຣັດເຊຍ
Lukoil ບໍລິສັດຜູ້ຜະລິດນ້ຳມັນລາຍໃຫຍ່ອັນດັບສອງຂອງຮັດເຊຍຢືນຢັນ

ໃນຖະແຫຼງການວ່າ ມາການອບ ອາຍຸ 67ປີ ເສຍຊີວິດແລ້ວ ຫຼັງຕົກປ່ອງຢ້ຽມໂຮງໝໍໃນກຣຸງມອສໂກ
ຂະນະທີ່ສື່ຂອງຣັດເຊຍລາຍງານວ່າ ມາການອບ ເຂົ້າຮັກສາໂຕທີ່ໂຮງໝໍ ໃນກຣຸງມອສໂກມາໄລຍະໜຶ່ງຈາກອາການປ່ວຍທີ່ບໍ່ລະບຸຊັດເຈນ ກ່ອນ ເສຍ ຊີວິດ

ຫຼັງຈາກຕົກປ່ອງຢ້ຽມຊັ້ນ 6ຂອງໂຮງໝໍແລະລາຍງານໃນເວລາຕໍ່ມາວ່າເປັນການຂ້າ ຕົວ ຕາຍ ຂະນະທີ່ເຈົ້າໜ້າຢູ່ລະຫວ່າງສືບສວນແລະເກັບຫຼັກຖານໃນທີ່ເກີດເຫດ ເພື່ອສະຫຼຸບສາເຫດການເສຍ ຊີວິດ

ນອກຈາກນີ້ມາການອບ ຍັງມີຄວາມສຳພັນໃກ້ຊິດກັບ ວາຈິດ ອາເລັກເປຣອບ ໜຶ່ງໃນຜູ້ກໍ່ຕັ້ງ Lukoil ແລະ ອາດີດລັດຖະມົນຕີຊ່ວຍບກະຊວງນ້ຳມັນໃນຍຸກສະຫະພາບໂຊຫວຽດເຊິ່ງຖືກລັດຖະບານສະຫະລາດຊະອານາຈັກຂວ້ຳບາດດ້ວຍຄຳສັ່ງອາຢັດຊັຍສິນໃນສະຫະລາດຊະອານາຈັກ ແລະຫ້າມເດີນທາງເຂົ້າປະເທດຈາກກໍລະນີຣັດເຊຍບຸກໂຈມຕີຢູເຄຼນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page