ຖິ້ມ 7ສິ່ງນີໄປໄດ້ຊີວິດຈະໝັ້ນຄົງ ແລະເປັນສຸກໄດ້ ຈະກ້າວຜ່ານສູ່ຄວາມສຳເລັດໄດ້ໄວ
1.ຢ່າເຮັດທຸກຢ່າງດ້ວຍຕົນເອງທັງໝົດ: ຢ່າເຮັດຫຍັງພຽງລຳພັງ ບໍ່ແມ່ນເລື່ອງຜິດດອກ ຖ້າເຮົາຈະຂໍຄວາມຊ່ວຍເຫຼືອຫຼືຄຳປຶກສາຈາກຜູ້ອື່ນເບິ່ງຫຼືຈະຈ້າງໃຜຈັກຄົນເພື່ອແບ່ງພາລະຂອງເຮົາແດ່ທີ່ເຂົາພ້ອມຈະຊ່ວຍເລືອເຮົາເພາະການເຮັດທຸລະກິດນັ້ນຍາກພໍຕົວຢູ່ແລ້ວ
2.ຢ່າໄປຄິດວ່າຕົນເອງຍິ່ງໃຫຍ່: ເຮົາອາດຈະເປັນຄົນທີ່ມີທັກສະແລະວິໄສທັດທີ່ກວ້າງໄກ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ບໍ່ມີຄົນທີ່ເກັ່ງກວ່າເຮົາດອກ ເມື່ອຢາກປະສົບຄວາມສຳເລັດເຮົາກໍຕ້ອງສ້າງມັນຂຶ້ນມາໃຫ້ໄດ້ຖ້າຢາກມີກິດຈະການຈົນມີຊື່ສຽງເຮົາກໍຄວນລົງມືເຮັດໃຫ້ມັນເກີດຂຶນແທ້
3.ຢ່າຫຼົງໄຫຼ: ເພາະການບໍ່ກຽມພ້ອມມາກ່ອນນັ້ນ ສາມາດທຳລາຍເຄດິດທີ່ເຮົາມີໄດ້ສະເໝີ ເຊິ່ງຖ້າເກີດຂຶນແລ້ວມັນຍາກທີ່ຈະແກ້ໄຂ ບໍ່ວ່າເຮົາຈະໝັ່ນໃຈ ໃນວຽກງານເຮົາຫຼາຍແຕ່ກໍຕ້ອງກຽມຕົວໃຫ້ພ້ອມສຳລັບທຸກຢ່າງແລະມີແຜນສຳຮອງໄວ້ສະເໝີ
4.ຢຸດຄິດວ່າເຮົາຍັງບໍ່ພ້ອມ: ບໍ່ມີໃຜທີ່ຈະພ້ອມກັບເລື່ອງຍິ່ງໃນຊີວິດເຊັ່ນ ຈະເປັນການລົງທືນ,ການມີລູກ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ຕ້ອງການພື້ນຖານຄວາມຮູ້ຫຍັງ “ ຖ້າເຮົາຍັງບໍ່ໄດ້ຮູ້ສຶກອາຍໃນຜະລິດຕະພັນຮຸ່ນແລກຂອງເຮົາ ສະແດງວ່າເຮົາປ່ອຍມັນອອກມາຊ້າໄປ” ດັ່ງນັ້ນຢ່າຖ້າໃຫ້ທຸກຢ່າງລົງຕົວມັນຈະສາຍເກີນໄປ
5.ຢ່າຄິດວ່າທຸກຢ່າງສົມບູນແບບ: ທຸກຄົນຕ້ອງເຄີຍຜິດພາດ ຜູ້ທີ່ປະສົບຄວາມສຳເລັດຄືຄົນທີ່ບໍ່ເຄີຍຍອມແພ້ ຈົນກວ່າເຂົາຈະເອົາຊະນະອຸປະສັກໄດ້ແລ້ວການພະຍາຍາມເຮັດທຸກຢ່າງໃຫ້ສົມບູນແບບ
6.ຢ່າເລື່ອນເວລາ: ການເຮັດວຽກມັນອາດບໍ່ແມ່ນເລື່ອງມ່ວນເຮົາອາດຈະບໍ່ມັກບາງເລື່ອງທີ່ບໍ່ຢາກເຮັດແລະມັກລ່ຽງທີ່ຈະເຮັດມັນມາໂດຍຕະຫຼອດ ຢ່າໃຫ້ການເລື່ອນເວລາເປັນຂໍ້ອ້າງທີ່ເຮັດໃຫ້ເຮົາບໍ່ປະສົບຄວາມສຳເລັດຕໍ່ໄປ
7.ຢຸດຈົ່ມແລ້ວລົງມືເຮັດ: ຖ້າສິ່ງທີ່ເຮົາເຮັດມີພຽງການເວົ້າເທົ່ານັ້ນ ແລະເຮົາຍັງຖ້າຢູ່ກັບສິ່ງທີ່ເຮົາບໍ່ພໍໃຈໂຕເຮົາເອງນີ້ແລະທີ່ບໍ່ໄດ້ຮັບໂອກາດດີໆດັ່ງນັ້ນສິ່ງໃດບໍ່ຖຶກຕ້ອງກໍຄວນແກ້ໄຂມັນ.