ເກົາຫຼີເໜືອສະເໜີສົ່ງແຮງງານຊ່ວຍຟື້ນຟູດິນແດນຂອງຣັດເຊຍ ເພື່ອຫວັງຜົນໄກຕໍ່ຕ້ານອາເມລິກາ
ເກົາຫຼີເໜືອສະແດງຄວາມສົນໃຈສົ່ງແຮງງານກໍ່ສ້າງໄປຊ່ວຍຟື້ນຟູດີິນແດນຍຶດຄອງຂອງຣັດເຊຍທາງຕາເວັນອອກຂອງຢູເຄຼນ ຜູ້ຊ່ຽວຊານຊີ້ປຽງຍາງອາດມີເປົ້າໝາຍໄກກວ່າລາຍໄດ້ຈາກການສົ່ງອອກແຮງງານ
ແຕ່ຫວັງຜົນໃນການກະຊັບຄວາມຮ່ວມມືກັບມອສໂກແລະປັກກິ່ງເພື່ອຮ່ວມກັນຕໍ່ຕ້ານອິດທິພົນຂອງອາເມລິກາແລະສົ່ງເສີມລະບົບໂລກຫຼາຍຂົ້ວດ້ວຍ
ເອກອັກຄະລັດສະທູດເກົາຫຼີເໜືອປະຈຳມອສໂກໄດ້ພົບຕົວແທນຈາກສອງກຸ່ມແບ່ງແຍກດິນແດນທີ່ສະໜັບສະໜູນຣັດເຊຍໃນພາກພື້ນດອນບາສທາງຕາເວັນອອກຂອງຢູເຄຼນ
ແລະກ່າວເຖິງການຮ່ວມມືໃນດ້ານການເຄື່ອນຍ້າຍແຮງງານ
ການຫາລືດັ່ງກ່າວມີຂຶ້ນຫຼັງຈາກໃນເດືອນກໍລະກົດເກົາຫຼີເໜືອເປັນປະເທດດຽວນອກຈາກຣັດເຊຍແລະຊີເຣຍທີ່ຍອມຮັບການປະກາດເອກະລາດຂອງສາທາລະນະລັດປະຊາຊົນໂດເນສແລະສາທາລະນະລັດປະຊາຊົນລູຮັນໃນດອນບາສ
ແນວໃດກໍຕາມການວ່າຈ້າງແຮງງານເກົາຫຼີເໜື່ອໄປເຮັດວຽກໃນດອນບາສ ຈະເປັນການລະເມີດມະຕິເກົາຫຼີເໜືອຂອງຄະນະລັກຖະມົນຕີຄວາມໝັ້ນຄົງແ່ງສະຫະປະຊາຊາດ ຈາກການທີ່ໂສມແດງເດີນໜ້າໂຄງການນິວເຄຼຍແລະລູກສອນໄສຂອງຕົນ.