ທີ່ມາຂອງຄຳວ່າ “ເກີດເປັນຜູ້ຍິງ..ແທ້ຈິງນັ້ນແສນລຳບາກ” ອ່ານແລ້ວເຂົ້າໃຈຄວາມໝາຍຂອງຄຳບູຮານ

ທີ່ມາຂອງຄຳວ່າ “ເກີດເປັນຜູ້ຍິງ..ແທ້ຈິງນັ້ນແສນລຳບາກ” ອ່ານແລ້ວເຂົ້າໃຈຄວາມໝາຍຂອງຄຳບູຮານ

ໃຈເປັນຂອງພໍ່ແມ່ ກາຍເປັນຂອງສາມີ
ເວລາເປັນຂອງລູກ ມີພຽງຮອຍຫ່ຽວທີ່ເປັນຂອງຕົນເອງ
ງາມຫຼາຍກໍຖືກນິນທາ ບໍ່ງາມກໍບໍ່ມີໃຜສົນໃຈ

ເວົ້າໜ້ອຍກໍຫາວ່າສື່ສານນຳລຳບາກ
ຢາກຢູ່ແບບເປັນໂສດ ເຂົາກໍວ່າບໍ່ມີໃຜເອົາ
ຈະແຕ່ງງານກໍຢ້ານໝົດອິດສະຫຼະພາບ
ຫາກໄດ້ສາມີຫຼໍ່ ກໍມີກິ໊ກງ່າຍ
ເມື່ອໄດ້ສາມີບໍ່ຫຼໍ່ ໃຜກໍວ່າຕາບໍ່ເຖິງ
ບໍ່ຢາກມີລູກ ເຂົາກໍວ່າເປັນຜູ້ຍິງແທ້ເກີນໄປ
ຢາກມີລູກກໍຢ້ານເມື່ອຍຄົນດຽວ
ຢາກອອກໄປເຮັດວຽກ ເຂົາກໍວ່າບໍ່ສົນໃຈລູກຕົນເອງ

ເມື່ອບໍ່ໄປເຮັດວຽກ..ກໍວ່າຈະບາຍເກີນໄປ ສາມີລ້ຍງ
ເມື່ອແຕ່ງໜ້າ ກໍຫາວ່າໄປໃຫ້ທ່າຄົນອື່ນ
ເມື່ອບໍ່ແຕ່ງໜ້າ ກໍວ່າໜ້າຕາຈືດຄືໄກ່ຕົ້ມ
ເມື່ອບໍ່ຄົບໝູ່ເພື່ອນ ແລ້ວເວລາກຸ້ມໃຈຈະປຶກສາໃຜໄດ້
ເມື່ອຄົບໝູ່ເພື່ອນ ກໍຫາວ່າເອົາແຕ່ຫຼິ້ນມ່ວນໄປແຕ່ລະມື້
ຊີວິດຂອງຜູ້ຍິງທັງໝົດຊີວິດນັ້ນ ເກືອບບໍ່ມີເວລາເປັນຂອງຕົນເອງ

ບູຮານກ່າວໄວ້ວ່າ “ເກີດເປັນຜູ້ຍິງ ແທ້ຈິງນັ້ນແສນລຳບາກ”
ສຳລັບຜູ້ຍິງທີ່ພະຍາມດູແລຄອບຄົວ ເປັນແມ່ທີ່ດີຂອງລູກ, ເປັນພັນລະຍາທີ່ດີ ແລະຜູ້ຍິງທີ່ກຳລັງປະເຊີນກັບແຮງສຽດສີແລະແຮງກົດດັນຫຼາກຫຼາຍຈົ່ງອົດທົນໄວ້

Leave a Reply

Your email address will not be published. Required fields are marked *

You cannot copy content of this page