ຄິດໜັກ! ມອສໂກຂູ່ບໍ່ສົ່ງອອກໃຫ້ປະເທດຕ່າງໆ ທີ່ໜຸນແຜນຈຳກັດເພດານລາຄານ້ຳມັນຣັດເຊຍ
ຣັດເຊຍຈະກຳໜົດມາດຕາການຫ້າມສົ່ງອອກ ໄປຍັງປະເທດຕ່າງໆ ທີ່ສະໜັບສະໜູນມາດຕາການຈຳກັດເພດານລາຄານ້ຳມັນມອສໂກຂອງສະຫະລັດ ຈາກຄຳເຕືອນຂອງຮອງນາຍົກລັດຖະມົນຕີອາເລັກຊານເດີໂນວັກ
“ ຕາມຄວາມເຫັນຂອງຂ້ອຍມັນໄຮ້ສາລະ ເຖິງບໍລິສັດເຫຼົ່ານີ້ແລະປະເທດຕ່າງໆ ທີ່ຈະກຳໜົດຂໍ້ຈຳກັດ ເຮົາຈະບໍ່ປ້ອນການສະໜອງນ້ຳມັນແລະຜະລິດຕະພັນນໍ້າມັນຂອງເຮົາ ເພາະວ່າເຮົາຈະບໍ່ເຮັດວຽກພາຍໃຕ້ສະພາບແວດລ້ຶອມທີ່ບໍ່ແມ່ນຕະຫຼາດ” ເຂົາບອກກັບຜູ້ສື່ຂ່າວ ສະແດງຄວາມຄິດເຫັນກ່ຍວກັບແຜນຈຳກັດເພດານລາຄານ້ຳມັນຣັດເຊຍ ເຊິ່ງປະຈຸບັນກຸ່ມຈີ 7 ຢຸູ່ລະຫວ່າງຫາລືກັນ
ການກຳໜົດເພດານລາຄານ້ຳມັນຮັດເຊຍຖືກຄິດຂຶ້ນມາໃນຖານະຫົນທາງຕັດລາຍໄດ້ຂອງຣັດເຊຍຈາກການສົ່ງອອກສິນຄ້າຊະນິດນີ້ ພ້ອມຍັງຄົງເປີດທາງໃຫ້ນ້ຳມັນດິບຂອງຣັດເຊຍຍັງຄົງໄຫຼເຂົ້າສູ່ຕະຫຼາດ ເພື່ອບໍ່ໃຫ້ເກີດບັນຫາຂາດແຄຼນການສະໜອງ ຂໍ້ສະເໜີນີ້ຖືກກຳໜົດຍົກຂຶ້ນມາຫາຫຼືກັນໃນການປະຊຸມລັດຖະມົນຕີຄລັງຂອງຈີ 7