ເກົາຫຼີໃຕ້ປັບປຸງລະບົບຂີປະນາວຸດ ທ່າມກາງການຄັດຄ້ານຂອງຊາວບ້ານ
ເກົາຫຼີໃຕ້ເດີນໜ້າປັບປຸຸງລະບົບຕໍ່ຕ້ານລູກສອນໄຟ THAAD ຂອງສະຫະລັດ ທ່າມກາງການຕໍ່ຕ້ານໃນປະເທດ ຊາວເກົາຫຼີໃຕ້ບາງສ່ວນເບິ່ງວ່າ ລະບົບນີ້ບໍ່ໄດ້ມີເພື່ອຕໍ່ຕ້ານ ເກົາຫຼີເໜືອແບບທີ່ລັດຖະບານໃຫ້ເຫດຜົນ
ແຕ່ມີຂຶ້ນເພື່ອຊ່ວຍສະຫະລັດ ຕໍ່ຕ້ານຈີນເກົາຫຼີໃຕ້ເສີມຄວາມເຂັ້ມແຂງ ໃຫ້ກັບຖານປ້ອງກັນລູກສອນໄຟ
ເກົາຫຼີໃຕ້ໄດ້ຈັດຕັ້ງຄະນະກຳມະການເພື່ອປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງລະບົບຕໍ່ຕ້ານລູກສອນໄຟ THAAD ແລະຕັ້ງເປົ້າຈະສະຫຼຸບຜົນການປະເມີນໃຫ້ໄດ້ໃນເຄິ່ງທຳອິດຂອງປີໜ້າ
ຂະນະທີ່ປະຊາຊົນໃນພື້ນທີ່ແລະນັກເຄື່ອນໄຫວໄດ້ມີການນັ່ງປະທ້ວງ ປິດກັ້ນເຈົ້າໜ້າທີ່ບໍ່ໃຫ້ເຂົ້າເຖິງສະຖານທີ່ກໍ່ສ້າງ
ນີ້ບໍ່ແມ່ນການປະທ້ວງຄັ້ງທຳອິດ ຍ້ອນກັບໄປໃນປີ 2017ທີ່ເກົາຫຼີໃຕ້ຕິດຕັ້ງລະບົບປ້ອງກັນ ລູກສອນໄຟຂັ້ນສູງສະຫະລັດ ເພື່ອຕອບໂຕ້ໄພຄກຸຄາມດ້ານນິວເຄຼຍແລະລູູກສອນໄຟຈາກເກົາຫຼີເໜືອ ປະຊາຊົນໃນທ້ອງຖິ່ນໄດ້ອອກມາປະທ້ວງແລະຕໍ່ຕ້ານການເຄື່ອນໄຫວດັ່ງກ່າວ
ເກົາຫຼີໃຕ້ໄດ້ເດີນໜ້າເສີມຄວາມເຂັ້ມແຂງໃຫ້ກັບຖານປ້ອງກັນລູກສອນໄຟຂອງສະຫະລັດ ເຖິງແມ່ນວ່າຈະປະເຊີນກັບການປະທ້ວງພາຍໃນປະເທດແລະການຕໍ່ຕ້ານຈາກຈີນ.