ອິນເດຍ ປະຈຳການເຮືອບັນທຸກຍົນ ຜະລິດເອງໃນປະເທດລຳທຳອິດ

ອິນເດຍ ປະຈຳການເຮືອບັນທຸກຍົນ (Vikrant) ຜະລິດເອງໃນປະເທດລຳທຳອິດ

ເຮືອບັນທຸກຍົນ (Vikrant) ເຊິ່ງອິນເດຍຜະລິດເອງໃນປະເທດລຳທຳອິດ ຖືກສົ່ງເຂົ້າປະຈຳການແລ້ວ ໃນຄວາມພະຍາຍາມຂອງລັດຖະບານນິວເດລີ ທີ່ຈະເສີມສ້າງຄວາມເຂັ້ມແຂງເພື່ອຂານອຳນາດກອງເຮືອຂະໜາດໃຫຍ່ຂອງ ຈີນ ລວມໄປເຖິງຍົກລະດັບອຸດສາຫະກຳຕໍ່ເຮືອ

ວິກຣັນ ເຊິ່ງມາຈາກພາສາສັນສະກິດແປວ່າ ຊົງພະລັງ ຫຼື ກ້າຫານ ຖືເປັນເຮືອບັນທຸກເຄື່ອງຍົນລຳທີ 2 ທີ່ຖືກສົ່ງເຂົ້າປະຈຳການໃນກອງທັບອິນເດຍ ຕາມຫຼັງເຮືອ ໄອເອັນເອັດ “ ວິກຣະມາທິດ” ເຊິ່ງເປັນເຮືອບັນທຸກເຄື່ອງຍົນຍຸກໂຊຫວຽດ ທີ່ອິນເດຍຊືຕໍ່ມາຈາກຣັດເຊຍ ໃນປີ 2004 ເພື່ອໃຊ້ສຳລັບລາດຕາເວນ ປ້ອງກັນນ່ານ້ຳແຖບມະຫາສະໝຸດອິນເດຍ ແລະອ່າວເບງກອນ


ເຮືອ “ວິກຣັນ” ຄວາມຍາວ 262ແມັດ ຖືກອອກແບບໂດຍກອງທັບເຮືອອິນເດຍແລະຜະລິດຂຶ້ນທີ່ອູ່ຕໍ່ເຮືອໂຄຊິນ ທາງຕອນໃຕ້ຂອງປະເທດ.
ເຊິ່ງເຮືອບັນທຸກເຄື່ອງຍົນລຳໃໝ່ນີ້ນອກຈາກຈະເພີ່ມແສນຍານນຸພາບທາງທະເລໃຫ້ກອງທັບອິນເດຍແລ້ວ ຍັງສະທ້ອນວ່າອິນເດຍໄດ້ກ້າວຂຶ້ນມາເປັນໜຶ່ງໃນປະເທດຂອງໂລກທີ່ມີສັກກາຍະພາບຜະລິດເຮືອບັນທຸກເຄຶ່ອງຍົນໃຊ້ເອງໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page