ເຢຍລະມັນເຕືອນຕາເວັນຕົກ ຢ່າດູຖູກກອງທັບຣັດເຊຍ ຫຼັງຣັດເຊຍມີໂອກາດເປີດແນວຮົບທີ່2

ເຢຍລະມັນເຕືອນຕາເວັນຕົກ ຢ່າດູຖູກກອງທັບຣັດເຊຍ ຫຼັງຣັດເຊຍມີໂອກາດເປີດແນວຮົບທີ່2

ນາຍພົນ ອີເບີຮາດ ຊອນ ຜູ້ບັນຊາການທະຫານສູງສຸດຂອງກອງທັບເຢຍລະມັນຫຼືບຸນເດແວກ່າວເຕືອນວ່າ ຊາດຕາເວັນຕົກຕ້ອງບໍ່ເຄົາລົບນັບຖືກອງທັບຮັດເຊຍ ແລະວ່າຣັດເຊຍມີໂອກາດເປີດແນວຮົບທີສອງ ຫາກເລືອກທີ່ຈະເຮັດ

ເຖິງແມ່ນຂະນະນີ້ ກອງກຳລັງທະຫານບົກຂອງຣັດເຊຍຕິດຫຼົ່ມຢູ່ໃສສົງຄາມຢູເຄຼນ ແຕ່ກໍບໍ່ຄວນດູຖູກດູໝິ່ນທະຫານຣັດເຊຍທີ່ສາມາດເປີດແນວຮົບທີສອງ ເນື່ອງຈາກກອງທັບບົກແລ້ວ ຣັດເຊຍຍັງມີການຈັດວາງກຳລັງກອງທັບເຮືອແລະກອງທັບອາກາດອີກດ້ວຍ.

ນາຍພົນ ຊອນ ກ່າວຕໍ່ວ່າທະຫານເຮືອສ່ວນໃຫຍ່ຂອງຣັດເຊຍຍັງບໍ່ໄດ້ເຂົ້າຮ່ວມໃນສົງຄາມຢູເຄຼນແລະກອງທັບອາກາດຣັດເຊຍຍັງຄົງເຂັ້ັ້ມແຂງ ເຊິ່ງລ້ວນແຕ່ເປັນໄພຕໍ່ອົງການສົນທິສັນຍາແອດແລນຕິກເໜືອຫຼືນາໂຕ
ທັ້ງນີ້ໂດຍປົກກະຕິກອງທັບເຢຍລະມັນໃຫ້ການສະໜັບສະໜູນໃນພາລະກິດທາງອາກາດຂອງນາໂຕ ເໜືອນ່ານຟ້າຂອງກຸ່ມປະເທດບອສຕິກ ດ້ວຍເຄື່ອງບິນຂັບໄລ່ແລະຕິດຕາມສະຖານະການໃນທະເລບອລຕິກຢ່າງໃກ້ຊິດ

ຂະນະທີ່ຈຸດຍຸດທະສາດສຳຄັນຂອງຣັດເຊຍຢູ່ໃນພາກພື້ນຄາລິນິນກຣາດດິນແດນສ່ວນແຍກຂອງຣັດເຊຍ ທີ່ຖືກປະກົບໂດຍໂປແລນ ແລະລິທົວເນຍ ສອງປະເທດສະມາຊິກນາໂຕ ແຕ່ຄາລິນິນກຮາດເປັນທີ່ຕັ້ງກອງເຮືອບອສຕິກຂອງຣັດເຊຍ ແລະຖືກພັດທະນາໃຫ້ເປັນທີ່ຕິດຕັ້ງລູກສອນໄຟອິຄັນເດ ທີ່ມີຂີດຄວາມສາມາດຕິດອາວຸດນິວເຄຼຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page