ຣັດເຊຍປະກາດເສີມທັບ ຫາກນາໂຕ້ຕັ້ງຖານໃນຟິນແລນ-ສະວີເດັນ
ເຊີເກ ລາຣັອບ ລັດຖະມົນຕີຕ່າງປະເທດຣັດເຊຍເປີດເຜີຍວ່າ ຣັດເຊຍຈະເສີມກຳລັງທະຫານໃນທາງຕາເວັນຕົກສຽງເໜືອຂອງປະເທດ ຫາກອົງການສົນທິສັນຍາແອດແລນຕິກເໜືອຫຼືນາໂຕ ຈະຕັ້ງຖານທັບໃນຟິນແລນແລະສະວີເດນ
ລາຣັອບກ່າວຕໍ່ໄປວ່າເມື່ອໃດທີ່ນາໂຕປະຈຳການທະຫານຫຼືຕັດສິນໃຈຕັ້ງຖານທັບໃນຟິນແລນແລະສະວີເດັນ ຣັດເຊຍຈະເຊື່ອວ່າສະຫະລັດຈະເປັນຜູ້ຄວບຄຸມດັ່ງນັ້ນ ຣັດເຊຍຈະເສີມກຳລັງທະຫານຕາເວັນຕົກສຽງເໜືອຂອງປະເທດ
ທັ້ງນີຟິນແລນມີພົມແດນຕິດກັບຣັດເຊຍເປັນໄລຍະທາງກວ່າ 1.300ກິໂລແມັດ ຖືວ່າເປັນປະເທດສະມາຊິກສະຫະພາບຢູໂຣບຫຼືອີຢູທີ່ມີເຂດແດນຕິດກັບຣັດເຊຍຍາວທີ່ສຸດ
ຂະນະທີ່ຟິນແລນ ແລະສະວີເດັນ ຕັດສິນໃຈເຂົ້າຮ່ວມນາໂຕລົງນາມໃນພິທີສານເຂົ້າເປັນສະມາຊິກນາໂຕທີ່ສຳນັກງານໃຫຍ່ໃນກຮຸງຣັດເຊລ ປະເທດເບວຢຽມ ຖືເປັນຈຸດເລີ່ມຕົ້ນຂອງຂະບວນການເຂົ້າເປັນສະມາຊິກນາໂຕຢ່າງເຕັມຕົວ