7 ສິ່ງທີ່ຄວນ “ຢຸດເຮັດ” ຖ້າຢາກປະສົບຄວາມສຳເລັດ

7 ສິ່ງທີ່ຄວນ “ຢຸດເຮັດ” ຖ້າຢາກປະສົບຄວາມສຳເລັດ
   

ບາງທີ່ການປະສົບຄວາມສຳເລັດເຮົາອາດບໍ່ໄດ້ເຮັດຫຍັງເພີ່ມ ແຕ່ເຮົາຕ້ອງຢຸດເຮັດນິໃສບາງຢ່າງ ມີນິໄສຢູ່ຫຼາຍຂໍ້ທີ່ເຮົາຄວນຈະຢຸດ ແລ້ວເຮົາຈະພົບວ່າຕົນເອງສາມາດກ້າວໄປສູ່ຄວາມສຳເລັດໄດ້ງ່າຍຂື້ນ ສິ່ງທີ່ຈະກ່າວເຖິງຕໍ່ໄປນີ້ ບາງຢ່າງອາດເຮັດໄດ້ໃນທັນທີ ແຕ່ບາງຢ່າງອາດຕ້ອງໃຊ້ເວລາຈັກໜ້ອຍໜື່ງດັ່ງລຸ່ມນີ້:

1.ຢຸດໃຊ້ຊີວິດທຳຮ້າຍຕົນເອງ: ນອນຫຼັບໃຫ້ພຽງພໍ, ກິນອາຫານໃຫ້ຖືກຫຼັກອານາໄມແລະອອກກກຳລັງກາຍຢ່າງສະໝໍ່າສະເໝີ ຖ້າເຮົາເຮັດໄດ້ສະແດງວ່າເຮົາຖິ້ມວິທີທຳຮ້າຍສຸຂະພາບຂອງເຮົາໄປໄດ້ແດ່ແລ້ວ

2.ຢຸດຄິດແບບໄລຍະສັ້ນ: ຄົນທີ່ປະສົບຄວາມສຳເລັດມັກຄິດໄລຍະຍາວແລະພວກເຂົາກໍຮູ້ດີວ່າເປົ້າໝາຍຂອງຕົນເອງກໍເປັນຜົນມາຈາກສິ່ງທີ່ພວກເຂົາເຮັດໃນທຸກໆມື້
3.ຢຸດເຮັດໃນສິ່ງເລັກໆ,ນ້ອຍໆ: ເຮົາມີຄວາມຝັນອັນຍິ່ງໃຫຍ່ແມ່ນບໍ່?ສະແດງມັນອອກມາບໍ່ຕ້ອງຢ້ານກົວວ່າມັນຈະລົ້ມເຫຼວ ຢ່າມົວເຮັດແຕ່ສິ່ງເລັກໆ,ນ້ອຍໆ ເພາະມັນຈະບໍ່ນຳໂອກາດທີ່ຍິ່ງໃຫຍ່ມາໃຫ້ເຮົາ.

4.ຢຸດແກ້ຕົວ: ຄົນທີ່ປະສົບຄວາມສຳເລັດນັ້ນມີຄວາມຮັບຜິດຊອບກັບຊີວິດຂອງເຂົາ ການຍອມຮັບຂໍ້ຜິດພາດແລະຮັບຜິດຊອບໃນສິ່ງທີ່ເຮັດລົງໄປອາດຈະໜ້າກັງວົນໃຈ ແຕ່ມັນກໍຕື່ນເຕັ້ນ.
5.ຢຸດຫົວແຂງ: ຄົນຫົວແຂງບໍ່ຍອມປ່ຍນແປງຄວາມຄິດນັ້ນຍາກທີ່ຈະປະສົບຄວາມສຳເລັດກົງກັນຂ້າມແລ້ວຄົນທີ່ປະສົບຄວາມສຳເລັດມັກໃຊ້ເວລາໃນການພັດທະນາຄວາມຄິດຢູ່ສະເໝີ

6.ຢຸດຄິດວ່າຈະເປັນຄົນທີ່ວິເສດ: ຄົນທີ່ປະສົບຜົນສຳເລັດຮູ້ດີວ່າການກະທຳເທື່ອລະໜ້ອຍຢ່າງຕໍ່ເນື່ອງນັ້ນໃຫ້ຜົນລັບທີ່ດີແລະເປັນທີ່ເພີ່ງພໍໃຈສຳລັບພວກເຂົານີ້ຄືສາເຫດວ່າເປັນຫຍັງເຮົາຄວນໃສ່ໃຈອານາຄົດ
7.ຢຸດຄິດທີ່ຈະເປັນຄົນສົມບູນແບບຕະຫຼອດເວລາ: ບໍ່ມີຫຍັງສົມບູນແບບງ່າຍໆ ແມ່ນວ່າເຮົາຈະພະຍາຍາມເທົ່າໃດກໍຕາມ ຄວາມຢ້ານກົວທີ່ຈະລົ້ມເຫຼວເຮັດໃຫ້ເຮົາບໍ່ກ້າລົງມືເຮັດຫຼືສ້າງສັນສິ່ງໃໝ່ໆ

Leave a Reply

Your email address will not be published. Required fields are marked *

You cannot copy content of this page