ໄບເດນ ຊີ້ຜູ້ສະໜັບສະໜູນ ທ້ຳ ກຳລັງທຳລາຍປະຊາທິປະໄຕສະຫະລັດ
ປະທານາທິບໍດີໂຈ ໄບເດນ ຜູ້ນຳສະຫະລັດປະກາດວ່າ ປະຊາທິປະໄຕຂອງສະຫະລັດກຳລັງຖືກຄຸກຄາມຈາກ “ກຸ່ມສຸດໂຕ່ງ” ຄຳຖະແຫຼງດັ່ງກ່າວມີຂຶ້ນລະຫວ່າງທີ່ຜູ້ນຳສະຫະລັດຖະແຫຼງທີ່ Independence Hall
ໃນເມືອງຟີລາເດເຟຍ ລັດເພນຊິເວເນຍ ໂດຍເຂົາໄດ້ກ່າວຄຳຖະແຫຼງໄປຍັງອາດີດປະທານາທິບໍດີສະຫະລັດ ໂດນັນ ທ້ຳ ແລະກຸ່ມຜູ້ສະໜັບສະໜູນ “Make America Great Again” ວ່າໂດນັນ ທ້ຳ ແລະຊາວລີພັບລິກັນ ເປັນຕົວແທນຂອງກຸ່ມສຸດໂຕ່ງ ທີ່ຄຸກຄາມຮາກຖານຂອງສະຫະລັດ
ໄບເດນ ເຕືອນວ່າ ກຸ່ມຜູ້ສະໜັບສະໜູນMAGA ຂອງ ທ້ຳ ກຳລັງເຮັດໃຫ້ສະຫະລັດຖະຫຼັງລົງຄອງ.. ໄປຍັງອາເມລິກາໃນສະໄມທີ່ຍັງຍຸກທີ່ບໍ່ມີສິດທີ່ຈະເລືອກຕັ້ງ, ບໍ່ມີສິດໃນຄວາມເປັນສ່ວນຕົວ, ບໍ່ມີສິດໃນການຄຸມກຳເນີດແລະບໍ່ມີສິດທີ່ຈະໄດ່ແຕ່ງງານກັບຄົນທີ່ເຮົາຮັກ.
ເຂົາຮຽກຮ້ອງໃຫ້ຊາວອາເມລິກາທີ່ມີຄວາມເຫັນຕ່າງທາງການເມືອງ ໂດຍສະເພາະພວກສາຍຫຼັກຂອງຣີພັບລິກັນ ໃຫ້ອອກປົກປ້ອງປະຊາທິປະໄຕ