7 ຫຼັກການແນວຄິດຄົນເກັ່ງ ທີ່ເຮັດວຽກໜ້ອຍ..ແຕ່ໄດ້ເງີນຫຼາຍ

7 ຫຼັກການແນວຄິດຄົນເກັ່ງ ທີ່ເຮັດວຽກໜ້ອຍ..ແຕ່ໄດ້ເງີນຫຼາຍ

1.ຄົນເຫຼົ່ານີ້ຈະພະຍາຍາມເຮັດໃຫ້ຕົນເອງມີເວລາວ່າງ ເພາະເວລາທີ່ເຮົາຈະໄດ້ຄິດ,ໄດ້ເຕີບໂຕ,ໄດ້ລອງເຮັດສິ່ງໃໝ່ ກໍຄືເວລາທີ່ເຮົາວາງແກ້ວນ້ຳທີ່ເຕັມ, ມັນຕື່ມນ້ຳເພີ່ມບໍ່ໄດ້ ແກ້ວຕ້ອງວ່າງເຖິງຈະໃຊ້ປະໂຫຍດໄດ້

2. ຄົນເຫຼົ່ານີ້ມັກຮຽກຮູ້ຕະຫຼອດເວລາ ມັກອ່ານໜັງສື, ມັກຮຽນ ມັກເວົ້າກັບຄົນ ເພາະມັນຄືໂອກາດໃຫ້ຮຽນຮູ້
3.ຄົນເຫຼົ່ານີ້ຮູ້ວິທີ Leverag ຕົນເອງ, ສ້າງລະບົບ , ສ້າງ Franchise ລົງທືນຫຸ້ນແລ້ວຖືຮັບເງີນປັນຜົນ ( ບໍ່ໄດ້ສົນລາຄາຫຸ້ນເທົ່າໃດ) ເວົ້າງ່າຍໆຄືເຂົາຈະຫາທຸກໂອກາດເພື່ອພດັທະນາໂອກາດ

4.ຄົນເຫຼົ່ານີເຮັດວຽກໂຄດໜັກ ເມື່ອເຫັນໂອກາດ ຄວາມແປກຂອງຄົນແບບນີ້ຄື ຖ້າເຂົາເຫັນໂອກາດແລ່ນເຂົ້າຫາ ເຂົາກໍພ້ອມຈະເຮັດວຽກໜັກແລະເຮັດວຽກໜັກກວ່າຄົນປົກະຕິອີກ
5.ຄົນເຫຼົ່ານີ້ຈະເຮັດທຸກທາງໃຫ້ຕົນເອງໄດ້ເຮັດວຽກສະເພາະທີ່ຕົນເອງຖະໜັດ ຄົນເຮົາໃຊ້ເວລາ 80% ໄປກັບວຽກງານທີ່ເຮົາບໍ່ຖະໜັດ ຜົນລັບກໍເລີຍໜ້ອຍ ເຂົາຈຶ່ງທຸ່ມເທຄົ້ນຫາວຽກທີ່ຖະໜັດ ເພື່ອໃຊ້ເວລາໄປກັບສິ່ງທີ່ເຮັດເງີນໄດ້ຫຼາຍແລະເຕີບໂຕສູງ

6.ຄົນເຫຼົ່ານີບໍ່ຢ້ານຄົນເກັ່ງ ແລະພ້ອມທີ່ຈະເຮັດວຽກກັບຄົນທີ່ເກັ່ງກ່ອນ.. ການທີ່ເຮົາຈະສາມາດເຮັດໃນສິ່ງທີ່ຖະໜັດ ສະແດງວ່າຕ້ອງມີຄົນອື່ນມາຮ່ວມງານໃນສິ່ງທີ່ເຂົາບໍ່ຖະໜັດ
7.ຄົນເຫຼົ່ານີ້ມັກສອນລູກນ້ອງ ບໍ່ຢ້່ານທີ່ຈະສອນຄົນອື່ນ, ບໍ່ຢ້ານທີ່ຄົນອື່ນຈະເກັ່ງກວ່າ ສຸດທ້າຍເຮົາຈະສະບາຍ ຖ້າເຮົາຢູ່ນຳຄົນເກັ່ງ, ລູກນ້ອງເກັ່ງເຮົາຈະສະບາຍ ເຮັດວຽກໜ້ອຍແຕ່ເງີນຫຼາຍ ມັນເປັນວິຖີ ທີ່ທຸກຄົນພັດທະນາໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page