ສະຫະລັດອານຸມັດຂາຍຂີປະນາວຸດໃຫ້ໄຕ້ຫວັນ ແຕ່ຈີນຮຽກຮ້ອງໃຫ້ຍົກເລີກແຜນຂາຍອາວຸດ

ສະຫະລັດອານຸມັດຂາຍຂີປະນາວຸດໃຫ້ໄຕ້ຫວັນ ແຕ່ຈີນຮຽກຮ້ອງໃຫ້ຍົກເລີກແຜນຂາຍອາວຸດ

ກະຊວງຕ່າງປະເທດສະຫະລັດ ອານຸດມັດຂາຍອາວຸດໃຫ້ໄຕ້ຫວັນມູນຄ່າ 1.100ລ້ານໂດລາສະຫະລັດ ລວມເຖິງຂີປະນາວຸດຕໍ່ຕ້ານເຮືອແລະຂີປະນາວຸດຍິງຈາກອາກາດສູ່ອາກາດ 160ລູກ ດ້ານຈີນຮຽກຮ້ອງສະຫະລັດ ຍົກເລີກແຜນຂາຍອາວຸດດັ່ງກ່າວທັນທີແລະຈະໃຊ້ມາດຕາການຕອບໂຕ້ຕາມສະຖານະການ

ກະຊວງຕ່າງປະເທດສະຫະລັດ ເປີດເຜີຍວ່າໄດ້ອານຸມັດການຂາຍໃຫ້ແກ່ໄຕ້ຫວັນຮອບໃມ່ ລວມມູນຄ່າ 1.100ລ້ານໂດລາສະຫະລັດ
ດ້ານກະຊວງປ້ອງກັນປະເທດສະຫະລັດ ເປີດເຜີຍເຖິງອາວຸດທີ່ໄດ້ຮັບອານຸມັດຂາຍໃຫ້ແກ່ໄຕ້ຫວັນລ່າສຸດດັ່ງກ່າວ ລວມເຖິງຂີປະນາວຸດຕໍ່ຕ້ານເຮືອແບບຮາປູນ 60ລູກ ມູນຄ່າ 355ລ້ານໂດລາສະຫະລັດ ແລະຂີປະນາວຸດແບບໄຊດ໌ວິນເດີ 160ລູກມູນຄ່າ 85.6ລ້ານໂດລາສະຫະລັດ

ສາມາດຍິງໄດ້ທັງຈາກພື້ນສູ່ພື້ນແລະຍິງຈາກອາກາດສູ່ອາກາດ ສ່ວນອາວຸດອື່ນໆທີ່ໄດ້ຮັບອານຸມັດພ້ອມກັນຍັງມີລະບົບເຣດາກວດການດ້ວຍ.
ຜູ້ອຳນວຍການອາວຸໂສດ້ານຈີນແລະໄຕ້ຫວັນຂອງທຳນຽບຂາວ ອ້າງເຫດຜົນການອານຸມັດສະເໜີຂາຍອາວຸດໃຫ້ແກ່ໄຕ້ຫວັນຮອບໃໝ່ວ່າ ເນື່ອງຈາກຈີນຍັງຄົງເພີ່ມແຮງກົດດັນທາງທະຫານຕໍ່ໄຕ້ຫວັນ ທັງທາງນ້ຳແລະທາງອາກາດ ສະຫະລັດຈຶ່ງຕ້ອງຈັດຫາສິ່ງທີ່ໄຕ້ຫວັນຈຳເປັນຕ້ອງມີ ເພື່ອຮັກສາສັກກາຍະພາບໃນການປ້ອງກັນຕົນເອງຂອງໄຕ້ຫວັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page