G7 ຕົກລົງຄຸມລາຄານ້ຳມັນຣັດເຊຍ ຈຳກັດລາຍໄດ້ເຮັດປະຕິບັດການທະຫານຢູເຄຼນ
ກຸ່ມປະເທດ G7 ກຽມປະຊຸມກຳໜົດມາດຕາການຄວບຄຸມລາຄານ້ຳມັນຂອງຣັດເຊຍເພື່ອຫຼຸດລາຍໄດ້ຂອງຣັດເຊຍໃນການນຳເງີນຈາກການຂາຍພະລັງງານໄປໃຊ້ເຮັດສົງຄາມໃນຢູເຄຼນ
ລັດຖະມົນຕີຄັງຂອງກຸ່ມປະເທດອຸດສາຫະກຳ 7ຊາດ ຫຼື G7 ເຊິ່ງປະກອບດ້ວຍສະຫະລາດຊະອານາຈັກ, ແຄນາດາ, ຝຣັ່ງເສດ, ເຢຍລະມັນ, ອີຕາລີ, ຢີ່ປຸ່ນແລະສະຫະລັດ ຕົກລົງຮ່ວມກັນ ຫຼັງສຳເລັດການປະຊຸມທາງໄກ ກຳໜົດມາດຕາການຄວບຄຸມລາຄານ້ຳມັນຂອງຣັດເຊຍ
ເຊິ່ງມີຈຸດປະສົງເພື່ອຫັນລາຍໄດ້ຂອງຣັດເຊຍ ສຳລັບການເຮັດສົງຄາມໃນຢູເຄຼນແຕ່ຍັງຄົງຮັກສາລະດັບລາຄານ້ຳມັນດິບ ເພື່ອຫຼີກລ່ຽງລາຄາທີ່ເພີ່ມສູງຂຶ້ນ ແນວໃດກໍຕາມພວກເຂົາລະບຸວ່າ ລະດັບລາຄາສູງສຸດຕໍ່ບາເຣວຈະມີການພິຈາລະນາກັນພາຍຫຼັງ.
ສຳນັກງານພະລັງງານລະຫວ່າງປະເທດຫຼື IEA ຖະແຫຼງໃນເດືອນທີ່ຜ່ານມາວ່າ ເຖິງວ່າປະລິມານການສົ່ງອອກນ້ຳມັນຂອງຮັດເຊຍຈະຫຼຸດລົງ ແຕ່ລາຍໄດ້ຈາກການສົ່ງອອກນ້ຳມັນໃນເດືອນມີຖຸນາກໍເພີ່ມສູງຂຶ້ນປະມານ 700ລ້ານໂດລາສະຫະລັດ ຈາກເດືອນພຶດສະພາເນື່ອງຈາກລາຄານ້ຳມັນປັບຕົວສູງຂຶ້ນ ເພາະສົງຄາມໃນຢູເຄຼນ.