ເຜີຍຍອດເງີນບໍລິຈາກຈົວນ້ອຍລົດຕຳ ຖືກວັດຫັກເງີນເຄິ່ງໜຶ່ງ
ເຫດການວັນທີ 1 ກັນຍາ ຈາກກໍລະນີຈົວນ້ອຍສອງອົງຖືກລົດຕໍາ ທີ່ ເມືອງ ໂພນໂຮງ ເເຂວງ ວຽງຈັນ ເຮັດໃຫ້ຈົວນ້ອຍໄດ້ຮັບບາດເຈັບ (ຂາຫັກ) ເຊິ່ງຫຼັງຈາກເຫດການນີ້ກໍໄດ້ມີຊື່ເຟສ “ ວັດບ້ານ ແຈ້ງສະຫວ່າງ” ວັດໃກ້ຄຽງກັນ

ເປີດບໍລິຈາກຜ່ານເຟສບຸກ ເພື່ອລະດົມເງິນຊ່ວຍຈົວນ້ອຍທັງສອງ ຄ່າປິນປົວຈາກການທີ່ໄດ້ຮັບບາດເຈັບ ເຊິ່ງຈົວນ້ອຍທັງສອງເເມ່ນຢູ່ ວັດ ໂພນແລ

ຂໍ້ມູນຈາກ ໜັງສືພິມລາວພັດທະນາ ໄດ້ຮູ້ວ່າ ຍອດເງິນບໍລິຈາກຊ່ວຍຈົວນ້ອຍ 2 ອົງຖືກລົດຕຳ ເບື້ອງຕົ້ນ 20 ລ້ານກີບ ເຊິ່ງໄດ້ເເບ່ງອອກຄື:
– ວັດບ້ານ ແຈ້ງສະຫວ່າງ ຫັກເຂົ້າວັດ 10,000,000 ກີບ (ບໍ່ໄດ້ບຸຈຸດປະສົງ)

– ເເລະ ໄດ້ມອບໃຫ້ວັດ ໂພນແລ (ວັດຈົວທັງສອງຢູ່) 10,000,000 ກີບ ຮອດມືຈົວນ້ອຍເເລ້ວອົງລະ 3,000,000 ກີບ ລວມມູນຄ່າ (6,000,000 ກີບ) ເຊິ່ງອີກ 4 ລ້ານ ເເມ່ນວັດຈະມອບໃຫ້ຈົວນ້ອຍທັງສອງພາຍຫຼັງປິນປົວສໍາເລັດ
