ໂຊກ2ຊັ້ນ! ຊື້ເຮືອນພຽງຫຼັງດຽວ ແຕ່ກາຍເປັນເຈົ້າຂອງໝູ່ບ້ານທັງໝົດ 85ຫຼັງ
ຮຽກໄດ້ວ່າເປັນອີກໜຶ່ງເລື່ອງທີ່ໜ້າຕື່ນຕາ ເມື່ອເວັບໄຊຕ໌ຕ່າງປະເທດລາຍງານວ່າ ສາວອາເມລິກາທ່ານໜຶ່ງໄດ້ຊື້ເຮືອນລາຄາ 594.481ຫຼຽນ ສຸດທ້າຍເກີດເລື່ອງບໍ່ຄາດຝັນ
ຫຼັງຈາກນັ້ນໄດ້ກາຍເປັນເຈົ້າຂອງໝູ່ບ້ານທັງໝົດ 85ຫຼັງ

ໂດຍລາຍງານລະບຸວ່າ ຍິງສາວທ່ານນີ້ໄດ້ຊື້ເຮືອນໜຶ່ງຫຼັງໃນລັດເນວາດາ ປະເທດສະຫະລັດອາເມລິກາ ເຊິ່ງລາວໄດ້ເຮັດເອກະສານກັບເຈົ້າໜ້າທີ່ ສຸດທ້າຍກາຍເປັນເຈົ້າຂອງໝົດໝູ່ບ້ານກວ່າ 85ຫຼັງ ແລະ ເນື້ອທມີ່ສ່ວນກາງ 2ແຫ່ງ ມູນຄ່າຫຼາຍເຖິງ 50ລ້ານຫຼຽນ

ເຊິ່ງເອກະສານດັ່ງກ່າວລະບຸວ່າ ເຮືອນທັງໝົດໝູ່ບ້ານ85ຫຼັງນີ້ແລະເນືອທີ່ສ່ວນກາງ 2ແຫ່ງຕົກເປັນຂອງລາວທັງໝົດ ເນື່ອງຈາກຄວາມຜິດພາດໃນການເຮັດເອກະສານຂອງຮອງຫົວນ້າປະເມີນຊັບສິນ ຫຼັງບໍລິສັດໃຊ້ການກ໊ອບ-ວາງຄຳອະທິບາຍທາງກົດໝາຍ ຈຶ່ງເຮັດໃຫ້ເອກະສານອອກມາຜິດພາດນັ້ນເອງ.
ທັ້ງນີ້ຍັງບໍ່ມີລາຍງານວ່າ ເອກະສານດັ່ງກ່າວໄດ້ມີການແກ້ໄຂກຳມະສິດຄືນໃຫ້ກັບພວກເຂົາຫຼືບໍ່ ແຕ່ຍິງສາວເຈົ້າຂອງເຮືອນສາມາດປະຕິເສດການໂອນໄດ້ ເຊິ່ງອາດຈະຕ້ອງໄປຕໍ່ສູ້ຄະດີໃນຊັ້ນສານຕໍ່ໄປ.