ອ່ານດ່ວນ! ອາການເບື່ອອາຫານອາດເປັນສັນຍານເຕືອນໂລກຮ້າຍທີ່ຄາດບໍ່ເຖິງ
ພາວະເບື່ອອາຫານເປັນອາການທີ່ບໍ່ຮູ້ສຶກຢາກອາຫານ ຄວາມຕ້ອງການກິນອາຫານຫຼຸດລົງ ໃນບາງຄັ້ງອາດຮູ້ສຶກຫິວແຕ່ກັບບໍ່ຮູ້ສຶກຢາກກິນຫຍັງ ອາການນີ້ເກີດໄດ້ຈາກບັນຫາສຸຂະພາບກາຍແລະສຸຂະພາບຈິດ ໂດຍສະເພາະເບື່ອອາຫານຢ່າງຮຸນແຮງໂດຍບໍ່ໄດ້ເກີດຈາກການເບື່ອອາຫານທີ່ຮູ້ສຶກວ່າກິນຊໍ້າ,ກິນຕະຫຼອດຫຼືບໍ່ຢາກິນ.
ແນວໃດກໍຕາມອາການເບື່ອອາຫານເປັນອາການທີ່ບໍ່ຄວນເບິ່ງຂ້າມຫຼືບໍ່ສົນໃຈ ເພາະອາດບໍ່ແມ່ນເລື່ອງເລັກໜ້ອຍແລະບໍ່ແມ່ນອາການຜິດປົກກະຕິທົ່ວໄປເຊິ່ງປັດໄຈທີ່ເຮັດໃຫ້ເກີດການເບື່ອອາຫານມີ 3ປັດໄຈຫຼັກຄື:
1.ບັນຫາສຸຂະພາບກາຍ: ເປັນອາການປ່ວຍທີ່ເກີດຂື້ນກັບຮ່າງກາຍເຊິ່ງມັກຈະເກີດມາຈາກການຕິດເຊື້ອໄດ້ມີທັງເຊື້ອໄວຣັດແລະແບັກທີ່ເຣຍ ຈື່ງມັກຈະມີອາການປ່ວຍແບບຊົ່ວຄາວຮ່ວມດ້ວຍເຊັ່ນ:ປ່ວຍເປັນໄຂ້ຫວັດ ແນວໃດກໍຕາມຜູ້ປ່ວຍຈະກັບມາກິນອາຫານໄດ້ຕາມປົກກະຕິຫາກອາການປ່ວຍນີ້ຫາຍເປັນປົກກະຕິແລ້ວ.
2.ບັນຫາສຸຂະພາບຈິດ: ມັກມາຈາກຄວາມຄຽດ,ຄວາມວິຕົກກັງວົນ ແລະຄວາມຮູ້ສຶກເປັນທຸກ,ມີອາລົມເສົ້າ,ເສຍໃຈ,ເບື່ອໜ່າຍ ເຮັດໃຫ້ເກີດຄວາມຮູ້ສຶກບໍ່ຢາກອາຫານໄດ້ ແນວໃດກໍຕາມມັກຈະມີອາການທີ່ບົ່ງຊັດເຈນວ່າມາຈາກຄວາມຜິດປົກກະຕິທາງສຸຂະພາບຈິດ.
3.ຜົນຂ້າງຄຽງຈາກການໃຊ້ຢາ: ການໃຊ້ຢາຮັກສາໂລກບາງຊະນິດມີຜົນຂ້າງຄຽງໃຫ້ເກີດອາການເບື່ອອາຫານໄດ້ຄືຢາຊີວະນະ ການໃຊ້ເຄມີບໍາບັດ ລວມເຖິງການໃຊ້ສານເສບຕິດກໍສົ່ງຜົນໃຫ້ເກີດອາການເບື່ອອາຫານໄດ້ເຊັ່ນກັນ.