ປາກີສະຖານຂອບໃຈຈີນທີ່ສົ່ງຄວາມຊ່ວຍເຫຼືອເຫດນ້ຳຖ້ວມຄັ້ງຍິ່ງໃຫຍ່

ປາກີສະຖານຂອບໃຈຈີນ ທີ່ສົ່ງຄວາມຊ່ວຍເຫຼືອເຫດນ້ຳຖ້ວມຄັ້ງຍິ່ງໃຫຍ່

ນາຍົກລັດຖະມົນຕີຂອງປາກີີສະຖານສະແດງຄວາມຂອບໃຈຕໍ່ຈີນ ທີ່ສົ່ງມອບຄວາມຊ່ວຍເຫຼືອຫຼັງປາກີສະຖານຕ້ອງປະເຊີນກັບໜຶ່ງໃນເຫດການນ້ຳຖ້ວມຮຸນແຮງທີ່ສຸດໃນປະຫວັດສາດ

ນາຍົກລັດຖະມົນຕີເຊບາ ຊາຣີບ ຂອງປາກີສະຖານ ແລະ ບິລາວັດ ບຸດໂຕ ຊາດາຣີ ລັດຖະມົນຕີວ່າການກະຊວງການຕ່າງປະເທດປາກີສະຖານ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຈີນ ທີ່ສົ່ງມອບຄວາມຊ່ວຍເຫຼືອແກ່ປາກີສະຖານ ທີ່ຕ້ອງປະເຊີນກັບໜຶ່ງໃນເຫດການນ້ຳຖ້ວມທີ່ຮຸນແຮງທີ່ສຸດໃນປະຫວັດສາດ

ພ້ອມລະບຸວ່າ ສິ່ງທີ່ເກີດຂຶ້ນໄດ້ສະທ້ອນໃຫ້ເຫັນເຖິງມິດຕະພາບອັນແໜ້ນແຟ້ນລະຫວ່າງປາກີສະຖານແລະຈີນ ໂດຍຈີນໃຫ້ຄຳໝັ້ນວ່າຈະເພີ່ມຄວາມຊ່ວຍເຫຼືອເລື່ອງນ້ຳຖ້ວມແກ່ປາກີສະຖານອີກ 300ລ້ານຫຢວນ ຫຼັງຈາກອາທິດທີ່ຜ່ານມາ ຫາກໍສົ່ງມອບສິ່ງຂອງບັນເທົາທຸດມູນຄ່າ 100ລ້ານຫຢວນໄປໃຫ້

ດ້ານສູນຈັດການໄພພິບັດແຫ່ງຊາດຂອງປາກີສະຖານ ເຜີຍຕົວເລກຜູ້ ເສຍ ຊີວິດ ຈາກເຫດການນ້ຳຖ້ວມລ່າສຸດຢູ່ທີ່ 1.314ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 12.703ຄົນ ນັບຕັ້ງແຕ່ທີ່ປາກີສະຖານຕ້ອງປະເຊີນກັບນ້ຳຖ້ວມໃນກາງເດືອນມີຖຸນາທີ່ຜ່ານມາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page