ສະຖານະການພິກ! ລັດເຊຍເລື່ອນແຜນຍຶດດິນແດນອອກໄປຫຼັງຢູເຄຼນຕີໂຕ້ຢ່າງໜັກ
ບັນດາເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງຈາກມອສໂກໃນແຄ້ວນເຄີຊອນຂອງຢູເຄຼນ ເຊິ່ງຢູ່ພາຍໃຕ້ການຍຶດຄອງຂອງຣັດເຊຍ ບົ່ງຊີ້ວ່າແຜນການຈັດປະຊາມະຕິເຂົ້າເປັນສ່ວນໜຶ່ງຂອງຣັດເຊຍຖືກເລື່ອນອອກໄປແລ້ວ ທ່າມກາງການໂຈມຕີຕອບໂຕ້ຂອງຢູເຄຼນ
ນັບຕັ້ງແຕ່ອາທິດທຳອິດ ຫຼັງຣັດເຊຍເປີດສາກຮຸກຮານຢູເຄຼນ ແຄວ້ນເຄີຊອນແລະແຄ້ວນຊາປໍຣິດເຊຍ ຕົກຢູ່ພາຍໃຕ້ການຄວບຄຸມເປັນສ່ວນໃຫຍ່ຂອງຣັດເຊຍ ແລະເວລານີ້ມອສໂກກຳລັງເລັ່ງເດີນໜ້າຍຶດດິນແດນແຫ່ງນີສູ່ລະບົບເສດຖະກິດຂອງພວກເຂົາ
ພວກເຈົ້າໜ້າທີ່ ທີ່ໄດ້ຮັບການໜູນຫຼັງຈາກມອສໂກ ເວົ້າມາດົນຫຼາຍອາທິດກ່ຽວກັບການຈັດປະຊາມະຕິ ເພື່ອຍຶດດິນແດນນຶດຄອງແຫ່ງນີ້ເຂົ້າເປັນສ່ວນໜຶ່ງຂອງຣັດເຊຍຢ່າງເປັນທາງການ ແບບດຽວກັບຄັ້ງທີ່ໄຄເມຍຍຶດເຂົ້າເປັນສ່ວນໜຶ່ງຂອງຣັດເຊຍໃນປີ 2014
ຄິຣິດ ສະເຕມູຊອບ ເຈົ້າໜ້າທີ່ຝັກໃຝ່ມອສໂກໃນເຄີຊອນກ່າວວ່າ ເຮົາຈະຢຸດໄວ້ກ່ອນຕອນນີ້ ເຖິງແມ່ນວ່າກຳລັງກຽມການສຳລັບຈັດປະຊາມະຕິສືບເນື່ອງຈາກ ທຸກເຫດການທີ່ກຳລັງເກີດຂຶ້ນ ທ່າມກາງການໂຈມຕີຕອບໂຕ້ກັນຂອງຢູເຄຼນ.