ຫຼາຍຄົນມັກເວົ້າວ່າ “ ເງີນບໍ່ສຳຄັນ” ມັນເປັນ
ແບບນັ້ນແທ້ຫຼືບໍ່?
ມີໃຜຫຼາຍຄົນມັກເວົ້າວ່າ “ ເງີນບໍ່ສຳຄັນດອກ” ແຕ່ຮູ້ບໍ່ວ່າພວກເຂົາເຂົາກໍໃຊ້ຊີວິດຮີບດ່ວນ, ລຳບາກໃນການຫາວຽກເຮັດງານທຳ, ແລະຍັງອອກໄປວຽກແຕ່ເຊົ້າ ແຖມຍັງເລີກວຽກຄໍ່າທຸກມື້ອີກ… ເງີນບໍ່ສຳຄັນແມ່ນແທ້ບໍ?
ແລະຍັງມີອີກຄົນເວົ້າວ່າ “ເງີນນັ້ນບໍ່ແມ່ນທຸກຢ່າງໃນຊີວິດ”
ແຕ່ຮູ້ບໍ່ວ່າລ່າສຸດເຂົາໄດ້ໂທມາຢືມເງີນ ໝູ່ເພື່ອນໃນກຸ່ມດຽວກັນຫຼາຍລ້ານ
ເພື່ອໄປຈ່າຍຄ່າງວດທີ່ຍັງຄ້າງຢູ່ຫຼາຍງວດ ສະແດງວ່າເງີນບໍ່ແມ່ນທຸກຢ່າງໃນຊີວິດ ແທ້ຫຼືບໍ່?
ອີກຄົນເວົ້າວ່າ “ ຕາຍໄປແລ້ວກໍເອົາໄປບໍ່ໄດ້” ຄຳນີ້ເຊື່ອວ່າຫຼາຍຄົນຄົງເຄີຍໄດ້ຍິນແມ່ນບໍ່
ແຕ່ຕອນນີ້ຄົນໃນຄອບຄົວຂອງເຂົາກຳລັງຈະຈາກໄປເພາະການເຈັບປ່ວຍໜັກຕ້ອງໃຊ້ເງີນຫຼາຍລ້ານໃນການຮັກສາ
ແຕ່ເມື່ອບໍ່ມີເງີນຈະເຮັດແນວໃດ ອັນນີລອງຕອບເບິ່ງ
ຍັງມີອີກຄົນໜຶ່ງເຂົາເວົ້າວ່າ “ ບໍ່ຮູ້ຈະດິ້ນຮົນໄປເຮັດຫຍັງ ສໍ່ານີ້ກໍພໍແລ້ວ” ແຕ່ຮູ້ບໍ່ວ່າເທົ່າທີ່ຮູ້ຈັກກັນມາລາຍສິບປີແລ້ວ
ເຂົາຍັງຕ້ອງດິ້ນຮົນແລະຕົກຕໍ່າຄືເກົ່າ ໃນມື້ທີ່ເຮົາຄວນດິ້ນຮົນກັນບໍ?
ຄິດເບິ່ງ ເຖິງແມ່ນວ່າເງີນຈະບໍ່ແມ່ນ ທຸກຢ່າງໃນຊີວິດ ແຕ່ສິ່ງຂອງຕ່າງໆ ທີ່ໃຊ້ໃນຊີວິດປະຈຳວັນ ກໍຍັງຕ້ອງໃຊ້ເງີນ ການດຳເນີນຊີວິດໃນແຕ່ລະມື້ ກໍຕ້ອງໃຊ້ເງີນ ທຸກສິ່ງທຸກຢ່າງໃນຊີວິດຂອງຄົນທີ່ເວົ້າຄຳນີ້
ກໍຕ້ອງໃຊ້ເງີນບໍ່ຫຼາຍກໍໜ້ອຍ ບໍ່ແມ່ນວ່າໄດ້ມາແບບຟຣີໆ ແມ່ນບໍ?
ມີຄົນເວົ້າອີກວ່າ “ ຄວາມສຸກນັ້ນບໍ່ໄດ້ວັດກັນທີ່ເງີນດອກ” ແຕ່ຍັງເຫັນຄົນທີ່ເວົ້າຄຳນີ້ ຂັບລົດຈັກໄປສົ່ງລູກໄປໂຮງຮຽນຕາກຝັນຕາກແດດ ແລະເບິ່ງໄປທີ່ລົດໃຫຍ່ຂ້າງໆ ແລ້ວຄິດໃນໃຈວ່າ “ ຖ້າເຮົາມີລົດໃຫຍ່ ລູກເຮົາຄົງບໍ່ຕ້ອງຕາກແດດຕາກຝົນແບບນີ້”
ແລ້ວແບບນີ້ ຄວາມສຸກບໍ່ໄດ້ວັດກັນທີ່ເງີນແທ້ບໍ? ຖ້າເກີດມາມີຊີວິດໜຶ່ງແລ້ວບໍ່ພະຍາຍາມເຮັດຫຍັງເພື່ອໃຜຈັກຄົນ ກໍຢ່າມີຄອບຄົວເລີຍ ເພາະເຂົາເຫຼົ່ານັ້ນ ຕ້ອງມາອົດທົນລຳບາກກັບຄົນທີ່ບໍ່ເປັນຕາເອົາ ເຮົາຕ້ອງເກີດມາເພື່ອເຮັດສິ່ງທີດີຂຶ້ນກວ່າມືວານ.
ກ່ອນຈະເວົ້າວ່າ ເງີນບໍ່ສຳຄັນ ໃຫ້ລອງພິຈາລະນາອີກຄັ້ງແລ້ວຖາມຕົນເອງໃມ່ວ່າ ເງີນບໍ່ຄຳຄັນແທ້ຫຼືບໍ່?