ໂປະແຕກ ! ເງິນຈຳນວນ 20 ລ້ານກີບ ທີ່ວັດບ້ານແຈ້ງສະຫວ່າງໄດ້ຮັບບໍລິຈາກແມ່ນຄວາມຈິງ ຈາກສະລິບໂອນຍ້າຍ ເຂົ້າບັນຊີທີ່ເຄີຍເປີດຮັບບໍລິຈາກເງິນເຂົ້າວັດໃນໄລຍະຜ່ານມາ
ຈາກການໂພສຊີ້ແຈງຍອດເງິນບໍລິຈາກຜ່ານເຟສບຸກຂອງວັດບ້ານແຈ້ງສະຫວ່າງ ໃນວັນທີ 5 ກັນຍາ 2022 ຜ່ານມາ ທາງເຟສວັດ ໄດ້ຊີ້ແຈງວ່າ: ຈຳນວນເງິນທີ່ໄດ້ຮັບບໍລິຈາກຈາກທີ່ສັງຄົມໂອນເງິນເຂົ້າຊ່ວຍເຫລືອຈົວນ້ອຍທັງ 2 ອົງທີ່ເກີດອຸບັດຕິເຫດຖືກລົດຕຳ ຢູ່ເມືອງໂພນໂຮງ ມີພຽງ 6.300.000 ກີບ, ສ່ວນຈຳນວນເງິນ 20.000.000 ກີບທາງເຟສວັດແຈ້ງວ່າບໍ່ມີມູນຄວາມຈິງ.

ຕໍ່ການຊີ້ແຈງດັ່ງກ່າວທາງທີມຂ່າວໜັງສືພິມລາວພັດທະນາ ໄດ້ຂໍ້ມູນຫລັກຖານເພີ່ມຈາກສະລິບໂອນເງິນຈຳນວນ 20 ລ້ານກີບ ເປັນການໂອນເງິນອອກຈາກບັນຊີທີ່ເປີດຮັບບໍລິຈາກ ຊື່ບັນຊີ: souksavanh vongsavath monk 0141210635980 ໂອນຍ້າຍເຂົ້າຊື່ບັນຊີ souksavanh sisovong novice ໂດຍມີການອະທິບາຍໃນສະລິບໂອນເງິນວ່າ: “ແອັດມິ້ນ ຂ້ອຍຮັກຫລວງຊ່ວຍເຫລືອຄ່າປິ່ນປົວອ້າຍຈົວນ້ອຍ 2 ອົງທີ່ເກີດອຸບັດຕິເຫດລົດຕຳ ຢູ່ເມືອງໂພນໂຮງ ຂໍໃຫ້ຫາຍດີໄວໆເດີ ສາທຸ ສາທຸ ສາທຸ”
ຈາກຂໍ້ຄວາມ ແລະ ຈຳນວນເງິນໃນສະລິບເງິນດັ່ງກ່າວທາງທີມເຮົາໄດ້ສືບຕໍ່ຊອກຫາເຈົ້າຂອງບັນຊີປາຍທາງເພື່ອສອບຖາມຂໍ້ມູນເພີ່ມໂດຍເບື້ອງຕົ້ນໄດ້ໂທໄປຖາມທາງຄອບຄົວຈົວນ້ອຍ ໄດ້ຄຳຕອບວ່າ ເລກບັນຊີປາຍທາງທີ່ຮັບເງິນຈຳນວນ 20 ລ້ານ ບໍ່ແມ່ນບັນຊີຄົນໃນຄອບຄົວຈົວນ້ອງທັງ 2 ອົງ ແລະ ບໍ່ຮູ້ວ່າບັນຊີປາຍທາງດັ່ງກ່າວເປັນບັນຊີໃຜ.
ເມື່ອໄດ້ຮັບຄຳຕອບຈາກຄອບແນວນັ້ນ ທີມຂ່າວເຮົາໄດ້ເຂົ້າຊອກຂໍ້ມູນຢູ່ໃນເຟສບຸກວັດບ້ານແຈ້ງສະຫວ່າງອີກຄັ້ງ ຈຶ່ງພົບເຫັນບັນຊີດັ່ງກ່າວເຄີຍໂພສເປີດຮັບບໍລິຈາກເງິນຄ່ານ້ຳ, ຄ່າໄຟຟ້າ ຂອງວັດ ແລະ ມີຄົນໂອນເງິນເຂົ້າບໍລິຈາກ ຈຳນວນ 200.000 ກີບ ໂອນຄັ້ງວັນທີ 20 ສິງຫາ 2022 ຜ່ານມາ.
ຈາກສະລິບເງິນໂອນທັງສອງ ຈຶ່ງສັງເກດໄດ້ວ່າບັນຊີທັງສອງບັນຊີແມ່ນຄົນໃນວັດແຈ້ງສະຫວ່າງເປັນເຈົ້າຂອງບັນຊີ. ການໂອນເງິນອອກ ແລະ ອະທິບາຍວ່າໂອນເງິນຊ່ວຍເຫລືອຈົວນ້ອຍທັງສອງອົງອາດເປັນເລື່ອງປັນແຕ່ງຂຶ້ນມາ ເພື່ອໂອນຍ້າຍຈຳນວນເງິນດັ່ງກ່າວ ແລ້ວເອົາໄປແອບອ້າງວ່າໄດ້ມອບເງິນຈຳນວນດັ່ງກ່າວແກ່ຄອບຄົວຈົວນ້ອຍທັງ 2 ອົງ.
ຂໍ້ມູນທີ່ທີມຂ່າວເຮົາໄດ້ມາຫລ້າສຸດແມ່ນຈຳນວນເງິນມີຫລາຍກວ່າ 20 ລ້ານກີບ ແລະ ອາດສູງເຖິງ 50 ລ້ານກີບ ຫລື ສູງກວ່າ ເພາະມີຈຳນວນຄົນເຂົ້າເຂົ້າບັນຊີດັ່ງກ່າວຫລາຍຮ້ອຍຄົນ. ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງກຳລັງດຳເນີນການໃຫ້ເຈົ້າຂອງບັນຊີທີ່ເປີດຮັບບໍລິຈາກ ນຳເອົາສະເຕັດເມັ້ນມາເປີດເຜີຍຂໍ້ມູນສູ່ສັງຄົມ. ຖ້າມີການເປີດເຜີຍຂໍ້ມູນເມື່ອໃດທາງເຮົາຈະນຳມາສະເໜີສູ່ສັງຄົມໄດ້ຮັບຮູ້ຕໍ່ໄປ.
ຂອບໃຈທີ່ມາ: ໜັງສືພິມລາວພັດທະນາ