ເສິກວັດໃຈ! ລັດເຊຍປິດທໍ່ກ໊າຊດົນຈົນກວ່າຕາເວັນຕົກຍົກເລີກຂວ້ຳບາດ

ເສິກວັດໃຈ! ລັດເຊຍປິດທໍ່ກ໊າຊດົນຈົນກວ່າຕາເວັນຕົກຍົກເລີກຂວ້ຳບາດ

ບັນຫາທາງເທັກນິກທີ່ເກີດຂຶ້ນກັບການສົ່ງມອບອາຍແກ໊ດໄປຍັງຢູໂຣບຜ່ານທໍ່ລຳລຽງນອດສຕຣີມ 1 ຈະແກ່ຍາວຕໍ່ໄປຈົນກວ່າຕາເວັນຕົກຈະຍົກເລີກມາດຕາການຂວ້ຳບາດກຳໜົດຫຼິ້ນງານມອສໂກຕໍ່ຄວາມຂັດແຍ້ງທີ່ກຳລັງເກີດຂຶ້ນໃນຢູເຄຼນ ຈາກຄຳເຕືອນຂອງດາມິທີ ເປຄອບ

ໃນວັນທີ 31ສິງຫາ ກ໊າຊພຣອມ ລັດວິຫາສະກິດພະລັງງານຍັກໃຫຍ່ຂອງຣັດເຊຍ ປິດການສົ່ງມອບອາຍແກ໊ຊຜ່ານທໍ່ລຳລຽງນອດສຕຣີມ 1 ເຖິງແມ່ນວ່າເບືອງຕົ້ນມີກຳໜົດມາຈ່າຍແກ໊ຊຜ່ານນອດຕຣີມ 1 ອີກຄັ້ງ ແຕ່ກັບກາຍເປັນວ່າ ກ໋າຊພຣອມ ອອກມາຖະແຫຼງຈະຍັງຄົງປິດທໍ່ລຳລຽງແຫ່ງນີ້ແບບບໍ່ກຳໜົດໂດຍອ້າງບັນຫາທາງເທັກນິກ

“ ບັນຫາຕ່າງໆໃນການສົ່ງມອບແກ໊ຊເປັນຜົນສືບເນື່ອງຈາກມາດຕາການຂວ້ຳບາດຕ່າງໆ ທີ່ກຳໜົດຫຼິ້ນງານປະເທດຂອງເຮົາ ແລະຈາກບໍລິສັດຈຳນວນໜຶ່ງຂອງບັນດາຊາດຕາເວັນຕົກ ໃນນັ້ນລວມເຖິງເຢຍລະມັນແລະສະຫະລາດຊະອານາຈັກ ບໍ່ມີເຫດຜົນອື່ນທີ່ຢູ່ເບື້ອງຫຼັງບັນຫາທາງການສະໜອງ” ເປຄັອບ ກ່າວ

ໂຄສົກວັງເຄຣມລິນທ່ານນີ້ຍັງກ່າວອີກວ່າ “ບໍ່ແມ່ນຄວາມຜິດຂອງກ໊າຊພຣອມ ໃນການທີ່ຢູໂຣບເຮັດການຕັດສິນໃຈຢ່າງໄຮ້ເຫດຜົນໂດຍສິ້ນເຊີງ ໃນການປະຕິເສດໃຫ້ບໍລິການດ້ານການສະໜອງ ທັ້ງທີ່ພວກເຂົາຕ້ອງເຮັດຕາມຂໍ້ຜູກມັດໃນສັນຍາ” ໂດຍເຂົາເນັ້ນວ່າ ປະຕິບັດການທັງໝົດຂອງທໍ່ລຳລຽງນອດສຕຣີມ 1ຂຶ້ນ ຢູ່ກັບການສະໜອງອັນໜອ່ງ ເຊິ່ງຈຳເປັນຢ່າງຍິ່ງທີ່ຕ້ອງໄດ້ຮັບການສ້ອມບຳລຸງ

Leave a Reply

Your email address will not be published. Required fields are marked *

You cannot copy content of this page