ສ່ຽວຢູເຄຼນ! ກຸ່ມແຮັກເກີອອກປ່ວນແອັບແທັກຊີ່ລັດເຊຍເຮັດໃຫ້ລົດຕິດໜັກ

ສ່ຽວຢູເຄຼນ! ກຸ່ມແຮັກເກີອອກປ່ວນແອັບແທັກຊີ່ລັດເຊຍເຮັດໃຫ້ລົດຕິດໜັກ

ກຸ່ມແຮັກເກີ່ຊື່ດັງ ແອນນິມັສ (Anonymous) ອອກມາໂວຍຜົນງານໂຈມຕີແອບຮຽກແທັກຊີຫຼາຍສິບຄັນມາລວມກັນບ່ອນດຍວໃນເວລາດຽວກັນ ຈົນເຮັດໃຫ້ເກີດບັນຫາລົດຕິດຢ່າງໜັກໃນມອສໂກ


ແອັບ Yandex Taxi ຖືກບວກແຮັກເກີ່ພະຍາຍາມກໍ່ກວນບໍລິການ ຖືກຂັບຫຼາຍສິບຄົນຖືກຮຽກໄປເຂດ Fili ໃນເວລາພ້ອມໆກັນ
ທາງບໍລິສັດຢືນຢັນວ່າ ບັນຫາລົດຕິດກິນເວລາບໍ່ຮອດຊົ່ວໂມງ 1ຊົ່ວໂມງ ແລະ Yandex ໄດ້ເຮັດການປັບປຸງສູດການຄິດໄລ່ ເພື່ອກວດຈັບແລະປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ຂຶ້ນອີກໃນອານາຄົດ


Yandex ບໍ່ໄດ້ລະບຸວ່າການໂຈມຕີທາງໄຊເບີຄັ້ງນີ້ເປັນຝີມືໃຜ ແຕ່ວ່າ “ ແອນນິມັສ” ເຊິ່ງເປັນກຸ່ມນັກຮົບໄຊເບີທີ່ໂດ່ງດັງແລະມີຈຸດຢືນເຄື່ອນໄຫວທາງການເມືອງ ໄດ້ປະກາດອ້າງຄວາມຮັບຜິດຊອບແລະອ້າງວ່າການເຮັດວຽກຮ່ວມກັບ ກອງທັບໄອທີຢູເະຄຼນ ເຊິ່ງເປັນກຸ່່ມແຮັກເກີນັກເຄື່ອນໄຫວທີ່ລວມຕົວກັນແບບຫຼາຍໆ ພາຍໃຕ້ການຈັດຕັ້ງຂອງ ມີໄຄໂລ ເຟໂດຣອບ ລັດຖະມົນຕີກະຊວງດິຈິທັສຢູເຄຼນ ຫຼັງຈາກທີ່ມອສໂກເລີ່ມສົ່ງກອງກອງທັບຮຸກຮານ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page