UN ເປັນຫ່ວງ ຊູຈີ ຫຼັງຖືກຄວບຄຸມຕົວ! ເຜີຍຈະບໍ່ໄປຢາມມຽນມາອີກ

UN ເປັນຫ່ວງ ຊູຈີ ຫຼັງຖືກຄວບຄຸມຕົວ! ເຜີຍຈະບໍ່ໄປຢາມມຽນມາອີກ

ໂນລິນ ເຮເຊີ ຜູ້ແທນພິເສດແຫ່ງສະຫະປະຊາຊາດດ້ານມຽນມາ ກ່າວທີ່ສະຖາບັນ ISEAS ຢູຊອບ ອິຮະ ໃນສິງກະໂປວ່າ ລາວຮູ້ສຶກກັງວົນຢ່າງຍິ່ງກ່ຽວກັບສຸຂະພາບຂອງອອງ ຊານ ຊູຈີ ອ່ດີດຜູ້ນຳພົນລະເມືອງຂອງມຽນມາ

ເຊິ່ງຖືກຄວບຄຸມຕົວຕັ້ງແຕ່ເກີດການລັດະຖປະຫານໃນເດືອນກຸມພາປີກ່ອນ ແລະບອກວ່າລາວຈະບໍ່ມາເຢືອນມຽນມາອີກຈົນກວ່າຈະໄດ້ພົບຊູຈີ ຫຼັງຈາກຊູຈີຫາກໍມາຢ້ຽມມຽນມາອີກຈົນກວ່າຈະໄດ້ພົບຊູຈີ ຫຼັງຈາກຊູຈີຫາກໍຖືກຕັດສິນຈຳຄຸກອີກ 3ປີ ພ້ອມຖືກໃຊ້ແຮງງານຢ່າງນັກຈາກຂໍ້ຫາໂກງການເລືອກຕັ້ງ ແລະກ່ອນໜ້ານີລາວຖືກຕັດສິນວ່າມີຄວາມຜິດອີກຫຼາຍກະທົງໃນສານທະຫານລັບ ເຮັດໃຫ້ຕອນນີມີໂທດຈຳຄຸກລວມກັນ 17ປີແລ້ວ


ທັ້ງນີກ່ອນການຫາລືກັບນາຍພົນມິນ ອ່ອງ ຫຼ່າຍ ທີ່ກຣຸງເນຍິດຂອງມຽນມາ ໃນເດືອນສິງຫາ ເຮເຊີມີຄຳຂໍຮ້ອງລັດຖະບານມຽນມາ 6ຂໍ້ ປະກອບໄປດ້ວຍ ຍຸຕິການປະຫານຊີວິດປ່ອຍເດັກທຸກຄົນທີ່ຖືກຄຸມຂັງ ສົ່ງມອບຄວາມຊ່ວຍເຫຼືອດ້ານມະນຸດສະທຳໃນທັນທີໂດຍບໍ່ມີເງື່ອນໄຂ ຍຸຕິຄວາມຮຸນແຮງໃນທັນທີ ປ່ອຍຕົວນັກໂທດການເມືອງທັງໝົດ ແລະຂໍພົບກັບນາງອອງຊານຊູຈີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page