ເລິກເຂົ້າໄປອີກ! ປະເດັນໃໝ່ເຈົ້າຂອງບັນຊີທີ່ເບີດຮັບບໍລິຈາກເຂົ້າວັດ ມີຫຼາຍເຄສບໍ່ໄດ້ແຈ້ງ

ຍິ່ງຂຸດຍິ່ງພົບ! ປະເດັນໃໝ່ເຈົ້າຂອງບັນຊີ ວັດບ້ານແຈ້ງສະຫວ່າງ ທີ່ໃຊ້ໃນການເປີດຮັບບໍລິຈາກ
ກໍລະນີ “ວັດບ້ານແຈ້ງສະຫວ່າງ” ເປີດຮັບບໍລິຈາກຊ່ວຍຈົວນ້ອຍ 2 ອົງທີ່ຖືກລົດຕຳຢູ່ເມືອງໂພນໂຮງ ແຂວງວຽງຈັນ.

ມື້ນີ້ມີປະເດັນໃໝ່ອີກ ເຊິ່ງຫລາຍຄົນໄດ້ສ່ອງແສງເຂົ້າມາທາງທີມຂ່າວໜັງສືພິມລາວພັດທະນາເຊັ່ນ:
1. ກ່ອນຈະມາເປັນຊື່ເຟສ “ວັດບ້ານແຈ້ງສະຫວ່າງ” ໄດ້ຕັ້ງຊື່ເຟສທຳອິດວ່າ “khoubakood vongsavath” https://www.facebook.com/khoubakood.vongsavath ແລະ ຖືກປ່ຽນເປັນ “ວັດນາກໃຫຍ່ ໄຊຍະຣາມ” ແລ້ວຈຶ່ງເປັນ “ວັດບ້ານ ແຈ້ງສະຫວ່າງ

2. ມີປະຫວັດການຮັບບໍລິຈາກຊ່ວຍເຫລືອໃນເຄສອື່ນໆ ເຊັ່ນ ຮັບບໍລິຈາກຊ່ວຍຄູອາສາ, ຮັບບໍລິຈາກຊ່ວຍຊື້ໂລງສົບ, ຮັບບໍລິຈາກຊ່ວຍເດັກນ້ອຍເສຍຊີວິດ ແລະ ເຫດການເດັ່ນອື່ນໆທີ່ປາກົດຂຶ້ນໃນໂລກອອນລາຍ ແຕ່ທຸກໆເຄສແມ່ນບໍ່ມີການເປີດເຜີຍສະເຕດເມັ້ນສະຫລຸບຍອດຮັບບໍລິຈາກ.
3. ຊື່ ຜູ້ຖືບັນຊີ “Souksavanh Vongsavath Monk” ແຕ່ມີບັນຊີອື່ນຮ່ວມອອກຊື່ “Souksavanh Sisouvong”

4. ສະຖານະຜູ້ຖືບັນຊີດັ່ງກ່າວ ຕາມຊື່ບັນຊີ “ພຣະສຸກສະຫວັນ ວົງສະຫວັດ” ຊື່ຫລິ້ນ “ຄູບາກູດ” ເປັນເຈົ້າອາວາດຢູ່ວັດບ້ານແຈ້ງສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ເປັນວັດສ້າງໃໝ່
5. ນອກຈາກໃຊ້ເຟສບຸກຊື່ “ວັດບ້ານແຈ້ງສະຫວ່າງ” ໃນປັດຈຸບັນແລ້ວ ບຸກຄົນດຽວກັນ ມີຊື່ເຟສ “koud souliya (ກູດ)” ບັນຊີເຟສດັ່ງກ່າວນີ້ ໃຊ້ເຊື່ອຕໍ່ກັບບັນຊີທະນາຄານ “Souksavanh Vongsavath Monk”

ເມື່ອມີຜູ້ບໍລິຈາກຜ່ານບັນຊີດັ່ງກ່າວນີ້ແລ້ວກໍຈະເອົານຳມາໂພສຢູ່ໜ້າເຟສ “koud souliya (ກູດ)” https://www.facebook.com/kood.souliya ໃນຖານະຜູ້ໃຈບຸນ ອອກຊື່ “ກູດ ສຸລິຍາ” ແຕ່ເຟສບຸກດັ່ງກ່າວນີ້ໃສ່ຮູບເປັນຄາລະວາດ.


ວັນທີ 6 ກັນຍາ 2022 ນີ້ ທີມຂ່າວໄດ້ຕິດຕໍ່ຫາພາກສ່ວນກ່ຽວຂ້ອງທາງເມືອງໂພນໂຮງ ແຂວງວຽງຈັນ ໂດຍສະເພາະ ອພສ ເມືອງໂພນໂຮງໃຫ້ສຳພາດວ່າ: ພາຍຫລັງມີຂ່າວທີ່ເກີດຂຶ້ນກໍບໍ່ໄດ້ນິ້ງນອນໃຈ ເຊິ່ງປັດຈຸບັນໄດ້ສົມທົບກັບຫລາຍພາກສ່ວນ ມີເຈົ້າໜ້າທີ່ ປກສ, ອພສ ເຂດ ແລະ ທາງອຳນາດການປົກຄອງບ້ານ ເພື່ອສັງລວມຫລັກຖານຄາດວ່າຈະສຳເລັດໃນໄວໆນີ້.


ຂອບໃຈທີ່ມາ: ໜັງສືພິມລາວພັດທະນາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page