ສະຫະລັດປ່ອຍຂ່າວ! ລັດເຊຍເລັ່ງຊື້ຈະຫຼວດນຳເກົາຫຼີເໜືອ
ຂ່າວກອງອາເມລິກາຊີ້ຣັດເຊຍກຳລັງດຳເນີນການເພື່ອສັ່ງຊື້ຈະຫຼວດແລະລູກປືນໃຫຍ່ມູນຄ່າຫຼາຍລ້ານໂດລາ ຈາກເກົາຫຼີເໜືອ ເຊິ່ງຟ້ອງວ່າ ກອງທັບມອສໂກຍັງຄົງປະເຊີນບັນຫາຂາດແຄນອາວຸດໃນການເຮັດສົງຄາມໃນຢູເຄຼນຂັ້ນຮຸນແຮງ ສ່ວນໜຶ່ງເນື່ອງຈາກມາດຕາການຄວບຄຸມການສົ່ງອອກແລະການແຊງຊັນຂອງຕາເວັນຕົກ.
ເຈົ້າໜ້າທີ່ສະຫະລັດທີ່ບໍ່ຕ້ອງການເປີດເຜີຍຕົວຕົນເຜີຍເລື່ອງນີ້ວ່າ ຣັດເຊຍອາດຕ້ອງການຊື້ອຸປະກອນທາງການທະຫານຈາກເກົາລີເໜືອເພີ່ມໃນອານາຄົດ
ແນວໃດກໍຕາມ ເຈົ້າໜ້າທີ່ອາເມລິກາບໍ່ໄດ້ໃຫ້ລາຍລະອຽດວ່າ ມອສໂກເລັ່ງຊື້ອາວຸດຈາກປຽງຍາງຫຼາຍໜ້ອຍເທົ່າໃດ
ກ່ອນໜ້ານີ້ຄະນະບໍລິຫານຂອງປະທານາທິບໍດີໂຈໄບເດນ ຢືນຢັນວ່າ ໃນເດືອນຜ່ານມາກອງທັບຮັດເຊຍໄດ້ຮັບມອບໂດຣນໂມຮາເຈີ-6ແລະຊາເຮດ ທີ່ຜະລິດໃນອີຣ່ານເພື່ອໃຊ້ໃນສະໜາມຮົບໃນຢູເຄຼນ ເຊິ່ງມີແນວໂນ້ມວ່າ ເປັນສ່ວນໜຶ່ງໃນແຜນການຈັດຊື້ໂດຣນນັບຮ້ອຍລຳຈາກເຕຫະຣານເພື່ອໃຊ້ໃນຢູເຄຼນ.
ແຕ່ວ່າຕໍ່ມາໃນອາທິດຜ່ານມາ ທຳນຽບຂາວເຜີຍວ່າຣັດເຊຍມີບັນຫາທາງເທັກນິກກັບໂດຣນເຫຼົ່ານັ້ນ ດ້ານເກົາຫຼີເໜືອນັ້ນກຳລັງພະຍາຍາມກະຊັບສຳພັນກັບຣັດເຊຍ ໂດຍກ່າວຫາອາເມລິກາເປັນຕົ້ນເຫດວິກິດຢູເຄຼນ ແລະວິຈານວ່ານະໂຍບາຍການເປັນເຈົ້າໂລກຂອງຕາເວັນຕົກເປັນສາເຫດທີ່ເຮັດໃຫ້ຣັດເຊຍຕ້ອບງເລີ່ມປະຕິບັດການທາງທະຫານໃນຢູເຄຼນເພື່ອປົກປ້ອງຕົນເອງ.