ເຊເລນສະກີເງີບ! ໄບເດນປະຕິເສດຕໍ່ວ່າຣັດເຊຍເປັນລັດສະໜັບສະໜູນກໍ່ການຮ້າຍ

ເຊເລນສະກີເງີບ! ໄບເດນປະຕິເສດຕໍ່ວ່າຣັດເຊຍເປັນລັດສະໜັບສະໜູນກໍ່ການຮ້າຍ

ລັດຖະບານຂອງປະທານາທິບໍດີ ໂຈໄບເດນ ແຫ່ງສະຫະລັດ ບອກວ່າຈະບໍ່ສ້າງສັນ ຫາຕໍ່ວ່າຣັດເຊຍໃນຖານະ “ ລັດສະໜັບສະໜູນກໍ່ການຮ້າຍ” ປະຕິເສດສຽງຮຽກຮ້ອງຈາກຢູເຄຼນ ແລະບັນດາສະມາຊິກລັດຖະສະພາທີ່ຕ້ອງການໃຊ້ມາດຕາການທີ່ກໍ່ຜົນກະທົບໜັກໜ່ວງຍິ່ງຂຶ້ນ.

ນັກຂ່າວທ່ານໜຶ່ງສອບຖາມກັບໄບເດນ ວ່າເຂົາຈະຂຶ້ນບັນຊີດຳຣັດເຊຍໃນຖານະລັດຖະກໍ່ການຮ້າຍຫຼືບໍ່ ເຊິ່ງປະທານາທິບໍດີທ່ານນີ້ຕອບກັບມາສັ້ນໆວ່າ “ບໍ່” ຫຼັງຈາກກ່ອນໜ້ານີ້ບັນດາເຈົ້າໜ້າທີ່ລະດັບສູງຂອງອາເມລິກາປະຕິເສດສະແດງຄວາມຄິດເຫັນໃນເລື່ອງດັ່ງກ່າວມາດົນຫຼາຍເດືອນ

ເມື່ອຖືກຖາມວ່າໄດ້ມີການຕັດສິນໃຈໃນເລື່ອງນີ້ໄປແລ້ວຫຼືບໍ່ ທາງ ຄາຣິນ ໝອງ-ປິແອ ເລຂານຸການຝ່າຍສື່ສານມວນຊົນຂອງທຳນຽບຂາວ ລະບຸວ່າ ການກຳໜົດໃຫ້ເປັນກໍ່ການຮ້າຍບໍ່ຜມ່ນຫົນທາງທີ່ໄດ້ຜົນທີ່ສຸດຫຼືໜັກໜ່ວງທີ່ສຸດໃນການມຸ່ງນ້າສູ່ການລົງໂທດຣັດເຊຍ

ລາວບອກວ່າການກຳນົດດັ່ງກ່າວຈະເປັນອຸປະສັກຕໍ່ການສົ່ງມອບຄວາມຊ່ວຍເຫຼືອໄປຍັງພື້ນທີ່ຕ່າງໆຂອງຢູເຄຼນ ປະເທດທີ່ຖືກສົງຄາມແບ່ງເປັນຕ່ອນໆ ຫຼືບໍ່ອາດຂັດຂາວງກຸ່ມຊ່ວຍເຫຼືອຕ່າງໆຫຼືບັນດາບໍລິສັດທັງຫຼາຍ ຈາກການມີສ່ວນຮ່ວມໃນຂໍ້ຕົກລົງໜອ່ງທີ່ມີສະຫະປະຊາຊາດແລະຕຸຮະກີເປັນຄົນກາງໃນການປ່ອຍເຮືອບັນທຸກທັນຍາພືດທີ່ໂລກມີຄວາມຕ້ອງການເປັນຈຳນວນຫຼາຍອອກຈາກທ່າເຮືອຕ່າງໆຂອງຢູເຄຼນທີ່ຖືກປິດກັ້ນຈາກສົງຄາມ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page