ເຈົ້າໜ້າທີ່ສະຫະລັດເຜີຍ ຣັດເຊຍສັ່ງຊື້ອາວຸດຈາກເກົາຫຼີເໜືອ ຄາດຂວ້ຳບາດຂາດແຄລນອາວຸດ

ເຈົ້າໜ້າທີ່ຂ່າວກອງສະຫະລັດເຜີຍວ່າ ຮັດເຊຍກຳລັງສັ່ງຊື້ລູກປືນໃຫຍ່ແລະລູກສອນໄຟຈາກເກົາຫຼີເໜືອ.

ໜ່ວຍຂ່າວກອງສະຫະລັດລະບຸ ຣັດເຊຍກຳລັງຊື້ລູກປືນໃຫຍ່ແລະຂີປະນາວຸດຫຼາຍລ້ານນັດຈາກເກົາຫຼີເໜືອ ເຊິ່ງເປັນສັນຍານວ່າມາດຕາການຂວ້ຳບາດຂອງໂລກໄດ້ຕັດທອນໂຊ່ການສະໜອງແລະບັງຄັບຣັດເຊຍໃຫ້ຫັນໄປຊື້ອາວຸດຈາກປະເທດທີ່ຖືກນານາຊາດຂວ້ຳບາດເຊັ່ນກັນ.


ການເປີດເຜີຍຂອງສະຫະລັດມີຂຶ້ນຫຼັງຣັດເຊຍໄດ້ຮັບໂດຣນທີ່ຜະລິດໃນອີຣ່ານເປັນຄັ້ງທຳອິດ ເຈົ້າໜ້າທີ່ລັດຖະບານສະຫະລັດເຜີຍວ່າ ການທີ່ຣັດເຊຍຕັດສິນໃຈຫັນໄປຫາອີຣ່ານແລະຂະນະນີ້ ເປັນເກົາຫຼີເໜືອນັ້ນ ເປັນສັນຍານວ່າ ການຂວ້ຳບາດແລະການຄວບຄຸມສົ່ງອອກ ທີ່ກຳໜົດໂດຍສະຫະລັດແລະຢູໂຣບ ໄດ້ສ້າງຜົນກະທົບຕໍ່ຣັດເຊຍໃນການສະແຫວງຫາອາວຸດ.


ເຈົ້າໜ້າທີ່ສະຫະລັດຍັງຄາດການວ່າຮັດເຊຍຈະພະຍາຍາມຊື້ອາວຸດເພີ່ມເຕີມຈາກເກົາຫຼີເໜືອໃນອານາຄົດ ນອກເໜືອຈາກຂີປະນາວຸດພິໄສໃກ້ແລະລູກປືນໃຫຍ່.
ກ່ອນຣັດເຊຍເລີ່ມປະຕິບັດການທະຫານໃນຢູເຄຼນນັ້ນ ທາງທຳນຽບຂາວໄດ້ເລີ່ມປ່ອຍຂໍ້ມູນຂ່າວກອງກ່ຽວກັບແຜນການທາງທະຫານຂອງຮັດເຊຍ ຈາກນັ້ນປ່ອຍຂ່າວວ່າຣັດເຊຍຊື້ໂດຣນຈາກອີຣ່ານແລະຄວາມຍາກລຳບາກໃນການເກນທະຫານຂອງກອງທັບຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page