ໄຕ້ຫວັນເຜີຍກອງທັບເຂັ້ມແຂງຂຶ້ນ ປັບປຸງຂີດຄວາມສາມາດໃນການຮົບຈາກການຊ້ອມຮົບຂອງຈີນ

ໄຕ້ຫວັນເຜີຍກອງທັບເຂັ້ມແຂງຂຶ້ນ ປັບປຸງຂີດຄວາມສາມາດໃນການຮົບຈາກການຊ້ອມຮົບຂອງຈີນ

ປະທານາທິບໍດີ ໄຊ່ ເອິງ-ເຫວິນ ຂອງໄຕ້ຫວັນເຜີຍການຊ້ອມຮົບຂອງຈີນຊ່ວຍປັບປຸງຂີດຄວາມສາມາດໃນການສູ້ຮົບຂອງກອງທັບໄຕ້ຫວັນໃຫ້ດີຂຶ້ນ.

ປະທານາທິບໍດີໄຊ່ ເອິງ-ເຫວິນ ຂອງໄຕ້ຫວັນ ເປີດເຜີຍວ່າທະຫານອາກາດທີ່ຖານທັບອາກາດວາຫຼຽນ ບໍລິເວນຊາຍຝັ່ງຕາເວັນອອກຂອງໄຕ້ຫວັນວ່າ ຂີດຄວາມສາມາດໃນການສູ້ຮົບຂອງກອງທັບໄຕ້ຫວັນມີຄວາມກ້າວນ້າຢ່າງຍິ່ງ ໃນຕອນນີ ແລະ ສາມາດຕໍ່ສູ້ໄດ້ດີນຂຶ້ນ ເຊິ່ງເປັນເພາະການທີ່ເຮືອຮົບຂອງໄຕ້ຫວັນຕ້ອງຂຶ້ນສະກັດແລະຜັກດັນເຮືອບິນຈີນອອກໄປຫຼາຍຄັ້ງໃນລະຫວ່າງການຊ້ອມຮົບບໍ່ດົນມານີ້

ໂດຍຈີນຈັດການຊ້ອມຮົບຄັ້ງໃຫຍ່ຮອບເກາະໄຕ້ຫວັນ ເພື່ອຕອບໂຕ້ທີ່ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ ເດີນທາງຢ້ຽມກຣຸງໄທເປຂອງໄຕ້ຫວັນໃນເດືອນທີ່ຜ່ານມາ ສ້າງຄວາມຂຸ່ນເຄືອງຢ່າງຫຼາຍໃຫ້ແກ່ຈີນ
ປະທານາທິບໍດີໄຊ່ ກ່າວຕໍ່ວ່າ ສະຖານະການບໍລິເວນຊ່ອງແຄບໄຕ້ຫວັນຍັງຄົງຕຶງຄຍດແລະຄຸກຄາມຢ່າງບໍ່ຈົບສິ້ນ

ເຊິ່ງໃນການປະເຊີນໜ້າກັບຄວາມທ້າທາຍກອງທັບໄຕ້ຫວັນຕອບໂຕ້ການບຸກລ້ຳຂອງຝ່າຍກົງກັນຂ້າມດ້ວຍຄວາມໃຈເຢັນແລະປົກປ້ອງຄວາມໝັ້ນຄົງຂອງໄຕ້ຫວັນຢ່າງໜຽວແໜ້ນ

ຂະນະດຽວກັນປະທານາທິບໍດີໄຊ່ເຊຶ່ອວ່າ ຫຼັງຈາກນີ້ກອງທັບໄຕ້ຫວັນມີຄວາມພ້ອມຫຼາຍຂຶ້ນ ແລະຂີດຄວາມສາດມາດໃນການສູ້ຮົບມີການພັດທະນາຢ່າງຫຼາຍ ລວມເຖິງພະລັງການສູ້ຮົບກໍເພີ່ມຂຶ້ນດ້ວຍເຊັ່ນກັນ ເຊິ່ງປະທານາທິບໍດີໄຊ່ພາກພູມໃຈຕໍ່ກອງທັບໄຕ້ຫວັນຢ່າງຍິ່ງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page