ດຽວຮູ້ກັນ! ປູຕິນຢືນຢັນຈະຕັດອາຍແກ໊ສ-ນ້ຳມັນ ຊາດທີ່ກຳນົດເພດານລາຄາອຸປະທານຣັດເຊຍ
ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍລະບຸເປັນໄປບໍ່ໄດ້ທີ່ຈະໂດດດ່ຽວຣັດເຊຍ ພ້ອມປະກາດກ້າວຈະຕັດການສົ່ງມອບກ໊າຊແລະນ້ຳມັນໄປຍັງປະເທດຕ່າງໆ ທີ່ກຳນົດເພດານລາຄາອຸປະທານພະລັງງານຂອງມອສໂກ
ລະຫວ່າງກ່າວເທິງເວລາປະຊຸມຣັດເຊຍວ່າ ໃນ6ເດືອນຫຼັງມອສໂກສົ່ງທະຫານເຂົ້າໄປຍັງຢູເຄຼນ ປະທານາທິບໍດີປູຕິນຫາທາງບ່ຽງເຂົ້າຫາພັນທະມິດທັງຫຼາຍໃນເອເຊຍ ຕາເວັນອອກກາງແລະອາຟຣິກາ ໃນຂະນະທີ່ປະເທດຂອງເຂົາຕ້ອງປະເຊີນມາຕາການຂວ້ຳບາດຈາກຕາເວັນຕົກເປັນຊຸດ.
“ບໍ່ສຳຄັນດອກວ່າມີບາງຄົນຢາກຈະໂດດດ່ຽວຣັດເຊຍຫຼາຍເທົ່າໃດ ມັນເປັນໄປໄດ້ທີ່ຈະເຮັດແບບນັ້ນ” ປູຕິນກ່າວ ພ້ອມລະບຸວ່າ ເວລານີ້ໂລກລະບາດໃຫຍ່ໄວຣັດໂຄໂຣນາສາຍພັນໃໝ່ຖືກແທນທີ່ດ້ວຍຄວາມທ້າຍທາຍອື່ນທີ່ກຳລັງຄຸກຄາມໂລກທັງໃບ ໃນນັ້ນລວມເຖິງ “ ໄຂ້ຂວ້ຳບາດໃນຕາເວັນຕົກ”
ປູຕິນ ເນັ້ນຢໍ້າວ່າເສດຖະກິດຣັດເຊຍ ກຳລັງຮັບມືກັບມາດຕາການຂວ້ຳບາດເປັນຊຸດໆ ໄດ້ເປັນຢ່າງດີເຖິງແມ່ນວ່າຄວາມສຳພັນລະຫວ່າງແຄມຣິນກັບຕາເວັນຕົກຈະດິ່ງສູ່ລະດັບຕໍ່າສຸດຮອບໃໝ່.
ປູຕິນ ຍັງໄດ້ປະກາດຕັກດອຸປະທານປະເທດຕ່າງໆທີ່ກຳນົດເພດານລາຄານ້ຳມັນແລະກ້າຊສົ່ງອອກຂອງຣັດເຊຍ ຕາມທີ່ສະຫະພາບຢູໂຣບສະເໜີ ເພດານລາຄາເປັນການຕັດສິນໃຈທີ່ໄຮ້ຄວາມຄິດ ເຮົາຈະບໍ່ປ້ອນອຸປະທານຫຍັງ ຫາກວ່າມັນຂັດແຍ້ງກັບຜົນປະໂຫຍດຂອງເຮົາ ໃນກໍລະນີນີ້ຄືຜົນປະໂຫຍດທາງເສດຖະກິດ” ເຂົາກ່າວ ບໍ່ມີກ໊າຊ,ບໍ່ມີນ້ຳມັນ, ບໍ່ມີຖ່ານຫີນ ບໍ່ມີຫຍັງເລີຍ.