ຈີນ-ຣັດເຊຍລົງນາມຮ່ວມກັນ ໃຊ້ເງິນຫຢວນແລະຣູເບິນຊຳລະແທນການໃຊ້ໂດລາ

ຈີນ-ຣັດເຊຍລົງນາມຮ່ວມກັນ ໃຊ້ເງິນຫຢວນແລະຣູເບິນຊຳລະແທນການໃຊ້ໂດລາ

ບໍລິສັດດ້ານພະລັງງານລາຍໃຫຍ່ຂອງຣັດເຊຍແລະຈີນ ລົງນາມຂໍ້ຕົກລົງຮ່ວມກັນ ເພື່ອນຳໄປສູ່ກົນໄກຊໍາລະເງີນແບບໃໝ່ທີ່ຈະໃຊ້ເງີນຫຢວນແລະເງິນຣູເບິນຣັດເຊຍແທນເງິນໂດລາສະຫະລັດ

ອາເລັກຊີ ມິເລີ ຊີອີໂອບໍລິສັດ ກ໊າຊພຣອມ ຜູ້ສົ່ງອອກກ໊າຊທຳມະຊາດລາຍໃຫຍ່ຂອງຣັດເຊຍ ອອກມາລະບຸວ່າ ໄດ້ລົງນາມຂໍ້ຕົກລົງກັບບໍລິສັດດ້ານພະລັງງານລາຍໃຫຍ່ຂອງຈີນ ເພື່ອເລີ່ມຕົ້ນການຊຳລະດ້ານພະລັງງງານເປັນເງີນຫຢວນແລະຣູເບິນຣັດເຊຍ ແທນເງີນໂດລາສະຫະລັດຮຽບຮ້ອຍແລ້ວ

ພ້ອມກັບລະບຸວ່າ ກົນໄກການຊຳລະເງິນແບບໃໝ່ເຮັດໃຫ້ເກີດຜົນປະໂຫຍດກັບທັງສອງຝ່າຍຊ່ວຍໃຫ້ການຄຳນວນຄ່າໃຊ້ຈ່າຍງ່າຍຂຶນ ແລະຍັງເປັນຕົວຢ່າງທີ່ດີໃຫ້ກັບບໍລິສັດອື່ນໆອີກດ້ວຍ ແນວໃດກໍຕາມ ຍັງຄົງບໍ່ມີການເປີດເຜີຍລາຍລະອຽດວ່າ ການຊຳລະເງີນຮູບແບບໃໝ່ຈະເລີ່ມຕົ້ນໃຊ້ງານເມື່ອໃດ

ເຊິ່ງການປ່ຽນແປງນີເປັນສ່ວນໜຶ່ງຂອງການພະຍາຍາມທີ່ຣັດເຊຍຕ້ອງການຫຼຸດການເພິ່ງພາເງີນສະກຸນໂດລາສະຫະລວມເຖິງເງິນຢູໂຣ ແລະສະກຸນເງິນອື່ນໆທີ່ແຂງຄ່າ ເຊິ່ງເປັນຜົນມາຈາດມາຕາການຂວ້ຳບາດຈາກຊາດຕາເວັນຕົກເພື່ອຕອບໂຕ້ກໍລະນີເຫດຂັດແຍ້ງໃນຢູເຄຼນ ສົ່ງຜົນໃຫ້ຣັດເຊຍກຳລັງເລັ່ງສ້າງຄວາມສຳພັນທາງເສດຖະກິດກັບຈີນແລະຊາດອື່ນໆ ທີ່ບໍ່ແມ່ນຊາດຕາເວັນຕົກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page