5 ເຄື່ອງດື່ມທີ່ຊ່ວຍໃຫ້ເລືອດໄຫຼວຽນດີຂຶ້ນ.
ລະບົບການໄຫຼວຽນເລືອດບໍ່ດີມີສາເຫດມາຈາກອາຍຸທີ່ຫຼາຍຂຶ້ນ ມີຄວາມຄຽດສູງ ແລະການຮັບປະທານອາຫານທີ່ມີໄຂມັນຫຼືນ້ຳຕານຫຼາຍເກີນໄປຈົນສົ່ງຜົນໃຫ້ເລືອດອັກເສບ ມີການອຸດຕັນຂອງໄຂມັນໃນເສັ້ນເລືອດ ຈົນຫຼອດເລືອດແຄບລົງແລະສົ່ງຜົນເຮັດໃຫ້ການໄຫຼວຽນເລືອດໄດ້ບໍ່ດີ ເຊິ່ງສົ່ງຜົນເສຍຕໍ່ສຸຂະພາບພາຍໃນ.
1.ຊາຂຽວ: ສານຄາເທຊິນ (Catechin) ທີ່ມີຫຼາຍໃນຊາຂຽວ ຈະຊ່ວຍຫຼຸດລະດັບໃນຄໍເລດເຕີລໍ ແລະໄຕລີເຊີໄຣໃນເລືອດ ສົງຜົນໃຫ້ການໄຫຼວຽນເລືອດດີຂຶ້ນແລະຊ່ວຍປ້ອງກັນໂລກຫຼອດເລືອດຫົວໃຈ ວິທີການດື່ມຊາຂຽວເພື່ອຊ່ວຍໃຫ້ການໄຫຼວຽນເລືອດດີຄືການດື່ມທຸກມື້ຫຼັງອາຫານຫຼືຊ່ວງເວລາທີ່ຮູ້ສຶກຢາກນ້ຳ.
2.ຊາເຂົ້າບາເລ: ເປັນຊາທີ່ໄດ້ຈາກການນຳເມັດເຂົ້າບາເລມາຄົ້ວແລະບົດ ນຳມາຊົງດ້ວຍນ້ຳຮ້ອນຫຼືນ້ຳເຢັນ ຊາຊະນິດນີ້ບໍ່ມີຄາເຟອິນ ມີກິ່ນຫອມແລະມີລົດຊາດທີ່ເຮັດໃຫ້ຮູ້ສຶກເພິ່ງພໍໃຈເມື່ອໄດ້ດື່ມ
3.ເຄື່ອງດື່ມນ້ຳສົມສາຍຊູໝັກ: ປະກອບໄປດ້ວຍກົດຊິດຣິກແລະກົດອາມິໂນທີ່ຊ່ວຍປ້ອງກັນການເກີດລິ່ມເລືອດເຊິ່ງເປັນສາເຫດຂອງເລືອດຂຸ້ນໜຽວ ການດື່ມເຄື່ອງດື່ມນ້ຳສົ້ມສາຍຊູໝັກ ເປັນປະຈຳຈະຊ່ວຍໃຫ້ການໄຫຼວຽນເລືອດໄດ້ດີຂຶ້ນ
4.ໄວນ໌ແດງ: ອຸດົມໄປດ້ວຍໂພລີຟີນໍເຊິ່ງເປັນສານຕ້ານອານຸມູນອິດສະຫຼະທີ່ມີປະສິດທິພາບສູງເຊິ່ງຊ່ວຍກັນບໍ່ໃຫ້ຫຼອດເລືອດອັກເສບ ນອກຈາກນີ້ໄວນ໌ແດງ ຍັງມີຜົນຊ່ວຍປ້ອງກັນການເກີດລິ່ມເລືອດ ແລະເສີິມໃຫ້ການໄຫຼວຽນເລືອດດີ
5.ເຄື່ອງດື່ມໂກໂກ້: ປະກອບໄປດ້ວຍສານໂພລີຟີນໍເຊິ່ງຊ່ວຍປ້ອງກັນບໍ່ໃຫ້ຄໍເລດເຕີລໍຈັບຕົວທີ່ຝາຫຼອດເລືອດ ເຮັດໃຫ້ລະບົບການໄຫຼວຽນເລືອດດີຂຶ້ນ ແລະຊ່ວຍປ້ອງກັນໂລກຫຼອດເລືອດຫົວໃຈ.