6 ຂໍ້່ທີ່ຢາກເຕືອນໃຈ ຮູ້ຕອນນີ້..ດີກວ່າຮູ້ໃນມື້ທີ່ສາຍເກີນໄປ

6 ຂໍ້່ທີ່ຢາກເຕືອນໃຈ ຮູ້ຕອນນີ້..ດີກວ່າຮູ້ໃນມື້ທີ່ສາຍເກີນໄປ

1.ເລີ່ມຕົ້ນເກັບເງີນໄດ້ແລ້ວ ກ່ອນທີ່ມັນຈະສາຍເກີນໄປ: ເລີ່ມຕົ້ນວາງແຜນການເງີນຂອງຕົນເອງ ແລະວາງແຜນຊີວິດຫຼັງກະສຽນໄດ້ແລ້ວ ເລື່ອງການເງີນບໍ່ແມ່ນເລື່ອງຕະຫຼົກເລີຍ ທຸກມື້ນີ້ຕ້ອງກິນຕ້ອງໃຊ້

2. ດູແລສຸຂະພາບແບບຈິງຈັງ: ໃຈເຮົາມັນຮູ້ສຶກວ່າຕົນເອງອອ່ນກວ່າອາຍຸ 10-15ປີ ໃນຂະນະທີ່ສຸຂະພາບຂອງເຮົາໄປໄວກວ່າທີ່ເຮົາຄິດໄວ້ຫຼາຍ ແລ້ວມັນກໍສັງເກດເຖິງການປ່ຽນແປງຂອງມັນໄດ້ຍາກ ບໍ່ແມ່ນເພາະເຮົາເບິ່ງບໍ່ເຫັນ ແຕ່ເຮົາບໍ່ຍອມຮັບການປ່ຽນແປງເຫຼົ່ານັ້ນຕ່າງຫາກ

3.ຢ່າໄປເສຍເວລາກັບຄົນທີ່ບໍ່ໃສ່ໃຈເຮົາ: ໃຫ້ເຮົາຮຽນທີ່ຈະປະຕິເສດແລະເວົ້າຄຳວ່າ ບໍ່ ອອກໄປເບິ່ງ ຖ້າຕ້ອງໄປຮ່ວມກິດຈະກຳຫຼືພົບປະກັບຄົນສຸດທ້າຍແລ້ວບໍ່ໄດ້ເຮັດໃຫ້ຊີວິດດີຂຶ້ນ ຫຼັງຈາກດູແລສຸຂະພາບທາງການເງີນສຸຂະພາບຂອງຕົນເອງແລ້ວກໍຕ້ອງດູແລສຸຂະພາບທາງອາລົມຫຼືຈິດໃຈດ້ວຍ

4.ດີກັບຄົນທີ່ດີກັບເຮົາໃຫ້ຫຼາຍ: ຫຼັງຈາກເລືອກຄົນທີ່ດີໃຫ້ຢູ່ໃນຊີວິດແລ້ວ ເຮົາຄວນທີ່ຈະຮັກສາໄວ້ໃຫ້ດີ ບໍ່ແມ່ນວ່າເຫັນໃຜດີແລ້ວໄດ້ໃຈໄປເອົາປຽບເຂົາ ໃຜດີກໍຕ້ອງດີຕອບເພື່ອຮັກສາຄົນດີເຫຼົ່ານັ້ນໄວ້
5.ເຮົາເຮັດທຸກຢ່າງບໍ່ໄດ້ດອກ: ໂຟກັສແຕ່ສິ່ງທີ່ເຮົາເຮັດໄດ້ ແລ້ວເຮັດໃຫ້ດີກໍພໍ ທຸກຢ່າງໃນຊີວິດຄືການແລກປ່ຽນ ເຮົາໄດ້ບາງຢ່າງ ເພື່ອເສຍບາງຢ່າງໄປ ເຮົາບໍ່ມີທາງໄດ້ມັນທັງໝົດ

6. ບໍ່ຕ້ອງຢ້ານຄວາມສ່ຽງຫຼາຍເກີນໄປ: ຊ່ວງອາຍຸນີ້ມັນຍັງປ່ຽນແປງໄດ້ຢູ່ ແລ້ວຊ່ວງອາຍຸ 30-40ປີ ເຮົາຄວນມີອາຊີຍທີ່ປັກຫຼັກແນ່ນອນແລ້ວ ແຕ່ມັນກໍບໍ່ໄດ້ສາຍເກີນໄປທີ່ຈະປ່ຽນ ເພາະສິ່ງທີ່ນ້າເສຍໃຈກ່ອນນັ້ນຄືເຮົາໃຊ້ເວລາຕໍ່ຈາກນີ້ອີກ 10ປີ ຢູ່ກັບສິ່ງທີ່ເຮົາບໍ່ມັກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page