ຈີນຮຽກຮ້ອງສະຫະລັດຍົກເລີກແຜນຂາຍອາວຸດແລະຢຸດການຕິດຕໍ່ໄຕ້ຫວັນ

ທາງການຈີນຮຽກຮ້ອງສະຫະລັດ ໃຫ້ຍົກເລີກແຜນການຂາຍອາວຸດແກ່

ໄຕ້ຫວັນແລະຍຸຕິການຕິດຕໍ່ທາງທະຫານກັບໄຕ້ຫວັນດ້ວຍ
ນາຍພົນອາວຸໂສ ຖານ ເຄີເຟຍ ໂຄສົກກະຊວງປ້ອງກັນຈີນ ຮຽກຮ້ອງສະຫະລັດໃຫ້ຍົກເລີກແຜນການຂາຍອາວຸດໃຫ້ແກ່ໄຕ້ຫວັນມູນຄ່າ 1.100ລ້ານໂດລາສະຫະລັດ ແລະຢຸດຂາຍອາວວຸດທັນທີ

ລວມເຖິງຍຸຕິການຕິດຕໍ່ທາງທະຫານກັບໄຕ້ຫວັນ ແລະວ່າການຂາຍອາວຸດໃຫ້ໄຕ້ຫວັນ ເຊິ່ງເປັນພາກພື້ນຂອງຈີນ ເປັນການລະເມີດຫຼັກການຈີນດຽວຢ່າງຊັດເຈນ ແລະຖະແຫຼງການຮ່ວມຈີນ ແລະສະຫະລັດໂດຍສະເພາະ
ເຊິ່ງມີການກ່າວຕໍ່ວ່າການຂາຍອາວຸດເປັນການແຊກແຊງກິດຈພການພາຍໃນຂອງຈີນຢ່າງຍິ່ງ ແລະບ່ອນທຳລາຍອະທິປະໄຕ ກັບຜົນປະໂຫຍດທາງຄວາມໝັ້ນຄົງຂອງຈີນ ແລະຍິ່ງເຮັດໃຫ້ສະຖານະການຂ້າມຊ່ອງແຄບໄຕ້ຫວັນຕຶງຄຽດ


ບໍ່ດົນມານີ້ສະຫະລັດບໍ່ເຮັດຕາມສັນຍາທີ່ວ່າ ຈະບໍ່ສະໜັບສະໜູນກຸ່ມແບ່ງແຍກດິຄນແດນໃນໄຕ້ຫວັນ ດ້ວຍການກະຊັບຄວາມສຳພັນທາງທະຫານກັບລັດຖະບານພັກປະຊາທິປະໄຕກ້າວໜ້າຂອງໄຕ້ຫວັນ.

ແນວໃດກໍຕາມນາຍພົນອາວຸໂສຖານ ກ່າວເຖິງປະເດັນການຂາຍອາວຸດໃຫ້ໄຕ້ຫວັນ ໂດຍລະບຸວ່າ ຄຳເວົ້າແລະການກະທຳຂອງສະຫະລັດ ຂັດແຍ້ງກັນແລະບໍ່ໜ້າໄວ້ວາງໃຈອີກທັງຍັງເປັນການສົ່ງສັນຍານທີ່ຜິດຕໍ່ກຸ່ມແບ່ງແຍກດິນແດນໃນໄຕ້ຫວັນ ແລະວ່າໄຕ້ ຫວັຍນຄືໄຕ້ຫວັນຂອງຈີນ ແລະຈະບໍ່ມີກອງກຳລັງໃດສາມາດຢຸດປະຫວັດສາດການຮວມຊາດລະຫວ່າງແຜ່ນດິນແມ່ກັບໄຕ້ຫວັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page