ສະຫະລັດກຽມທົດລອງຂີປະນາວຸດຂ້າມທະວີບພ້ອມແຈ້ງໃຫ້ລັດເຊຍຮັບຮູ້ລ່ວງໜ້າ

ສະຫະລັດກຽມທົດລອງຂີປະນາວຸດຂ້າມທະວີບພ້ອມແຈ້ງໃຫ້ລັດເຊຍຮັບຮູ້ລ່ວງໜ້າ

ກອງທັບສະຫະລັດປະກາດຈະທົດສອບຂີປະນາວຸດວິຖີໂຄ້ງຂ້າມທະວີບ ມິນິດແນ ທຣີ ພ້ອມແຈ້ງໃຫ້ຣັດເຊຍຮູ້ລ່ວງໜ້າ
ກະຊວງປ້ອງກັນສະຫະລັດ ຖະແຫຼງວ່າກອງທັບສະຫະລັດ ຈະດຳເນີນການທົດສອບຂີປະນາວຸດວິຖີໂຄ້ງຂ້າມທະວີບ ຕາມເວລາທ້ອງຖິ່ນແລະໄດ້ແຈ້ງເລື່ອງນີ້ໃຫ້ທາງຣັດເຊຍຮູ້ລ່ວງໜ້າແລ້ວ

ກະຊວງປ້ອງກັນປະເທດສະຫະລັດລະບຸວ່າ ການທົດສອບຂີປະນາວຸດຂ້າມທະວີບເປັນການທົດສອບຕາມປົກກະຕິ ແລະການພິສູດເຖິງຄວາມພ້ອມຂອງກອງກຳລັງຂີປະນາວຸດວິຖີໂຄ້ງຂ້າມທະວີບຂອງອາເມລິກາ ຫຼັງຈາກເດືອນສິງຫາສະຫະລັດໄດ້ດຳເນີນການທົດສອບຂີປະນາວຸດວິຖີໂຄ້ງຂ້າມທະວີບ ມິນິແມນ ທຣີ ແຕ່ມີອັນຕ້ອງເລື່ອນອອກໄປ ເພື່ອຫຼີກລ່ຽງສະຖານະການຕຶງຄຽດກັບຈີນ ໃນລະຫວ່າງທີ່ກອງທັບປົດປ່ອຍປະຊາຊົນຈີນຊ້ອມຮົບໄກ້ເກາະໄຕ້ຫວັນ

ໂດຍການທົດສອບຍິງຂີປະນາວຸດ ມິນິແມນ ທຣີ ຈະມີຂຶ້ນ ທີ່ຖານທັບອາກາດແວນແດນເບິກໃນລັດແຄລິຟໍເນຍຂອງສະຫະລັດ ຈາກແຕ່ກ່ອນທີ່ຂີປະນາວຸດຕະກູນ ມິນິແມນ ເປັນສ່ວນໜຶ່ງຂອງກອງກຳລັງນິວເຄຼຍທາງຍຸດທະສາດມາຕັ້ງແຕ່ຕົ້ນສະຕະວັດ 1960ແລະປະຈຸບັນ ສະຫະລັດມີ ມິນິດແມນ ເກືອບ 440ລູກໃນຄຣັງແສງນິວເຄຼຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page