ເຄັດລັບ 7ຂໍ້ທີ່ຈະຊ່ວຍຜັກດັນໃຫ້ເຮົາກ້າວໄປສູ່ຄວາມສຳເລັດ

ເຄັດລັບ 7ຂໍ້ທີ່ຈະຊ່ວຍຜັກດັນໃຫ້ເຮົາກ້າວໄປສູ່ຄວາມສຳເລັດ

ການປະສົບຄວາມສຳເລັດເປັນສິ່ງທີ່ໃຜຫຼາຍໆຄົນຕ່າງໃຝ່ຫາ ແຕ່ກວ່າຈະໄປຮອດຈຸດນັ້ນ ບໍ່ແມ່ນເລື່ອງງ່າຍ ເພາະເຮົາຕ້ອງພັດທະນາຕົນເອງ ລົງມືເຮັດໃຫ້ຫຼາຍຂືນແລະສິ່ງສຳຄັນທີ່ສຸດກໍຄື ເຮົາຕ້ອງມີຄວາມປາຖະໜາຈາກໃຈຈິງທີ່ກ້າວໄປສູ່ຈຸດນັ້ນ.

1.ສິ່ງທີ່ເຮົາເຮັດຢູ່ເປັນປະຈຳ ຈະປ່ຽນເປັນນິໄສຂອງເຮົາໄດ້: ດັ່ງນັ້ນເຮົາຕ້ອງເລືອກກິດຈະກຳທີ່ສາມາດນຳທາງເຮົາ ໄປສູ່ຄວາມສຳເລັດໄດ້ເຊັ່ນ: ການຄິດໃນແງ່ບວກ ແລະຈະຕ້ອງເລືອກຖິ້ມນິໄສທີ່ບໍ່ດີອອກໄປເພາະຈະເປັນຕົວຂັດຂວາງເຮົາສູ່ຄວາມສຳເລັດ.

2.ຢ່າໃຫ້ອາລົມມາຄວບຄຸມຕົນເອງ: ຄືກັບຄື່ນໃຫຍ່ທີ່ຊັດໃສ່ເຮືອ ຈົນເຮືອຂອງເຮົາບໍ່ສາມາດໄປໃນທິດທາງທີ່ຕ້ອງການໄດ້ ດັ່ງນັ້ນຈົງພັດທະນາຄວາມເຂັ້ມແຂງທາງຈິດໃຈໃຫ້ດີຍິ່ງຂືນ ເຮັດໃຫ້ເຮືອຂອງເຮົາແຂງແກ່ງຕໍ່ຄື່ນທຸກຊະນິດມັນຈະເຮັດໃຫ້ເຮົາສູ່ຈຸດໝາຍທີ່ຕ້ອງການໄດ້ໄວຂື້ນ.

3.ບາງຄັ້ງການຝ່າອຸປະສັກຢູ່ຕໍ່ໜ້າກໍເປັນວິທີແກ້ບັນຫາທີ່ດີ: ແຕ່ໃນບາງຄັ້ງ ເຮົາກໍບໍ່ໄດ້ຈຳເປັນຕ້ອງຝ່າຟັນມັນໄປ ການເບິ່ງຫາເສັ້ນທາງໃໝ່ໆອາດເປັນຕົວເລືອກທີ່ດີກວ່າ
4.ຢ່າໝົດຫວັງ: ຕໍ່ໃຫ້ເຮົາພົບເລື່ອງບໍ່ດີເທົ່າໃດ ຄວາມຫວັງກໍຄືກັບເຊືອກທີ່ຊ່ວຍດືງເຮົາຂື້ນມາຈາກຂຸມ ມັນຄືຂັ້ນໄດ ທີ່ຈະເຊື່ອມຕໍ່ເຮົາໄປສູ່ຄວາມສຳເລັດ ດັ່ງນັ້ນແລ້ວຢ່າປ່ອຍໃຫ້ເຊືອກເສັ້ນນີ້ຫຼຸດມືໄປເດັດຂາດ

5.ການຄິດໃນແງ່ບວກຈະໄດ້ຜົນດີກໍຕໍ່ເມື່ອ ເຮົາລົງມືເຮັດໃນສິ່ງທີ່ດີ: ການຄິດບວກຊ່ວຍໃຫ້ເຮົາມີຄວາມສຸກແຕ່ການລົງມືເຮັດສິ່ງທີ່ດີ ຈະຊ່ວຍໃຫ້ຜົບລັບຂອງການຄິດບວກອອກມາເປັນຮູບປະທຳຫຼາຍຍິ່ງຂືນ
6.ມີເປົ້າມາຍທີ່ຊັດເຈນ: ເບິ່ງໃຫ້ອອກວ່າເຮົາຕ້ອງການຫຍັງ ຖ້າເຮົາມີຄວາມເຊື່ອແລະຄວາມມຸ່ງໝັ້ນເຮົາກໍສາມາດກ້າວໄປສູ່ຄວາມສຳເລັດໄດ້ເຊັ່ນກັນ.

7.ໃຊ້ເວລາໃຫ້ຄືກັບເງີນ: ເຮົາຈະໃຊ້ໄປກັບຫຍັງແດ່? ຢ່າເຮັດໃຫ້ຕົນເອງເສຍເວລາໂດຍບໍ່ມີປະໂຫຍ ເວລາທີ່ຜ່ານໄປໃນແຕ່ລະມື້ກໍຄືກັບເງີນທີ່ຢູ່ໃນທະນາຄານ ເຮົາກຳລັງຖອນອອກມາເລືອຍໆ ດັ່ງນັ້ນຈົ່ງໃຊ້ເວລາໄປກັບສິ່ງດີໆ ສິ່ງທີ່ມີຄຸນຄ່າກັບເຮົາແລະເຮັດໃຫ້ເຮົາພັດທະນາຕົນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page