ສະຫະລັດລະງັບສົ່ງມອບເຮືອບິນ F-35 ຫຼັງພົບຊິ້ນສ່ວນໂລຫະຜະລິດໃນຈີນ
ກະຊວງປ້ອງກັນປະເທດສະຫະລັດ ລະງັບການສົ່ງມອບເຮືອບິນຂັບໄລ່ສະເຕ F-35 ທີ່ຜະລິດໂດຍ (Lockheed Martin) ໄປຍັງໜ່ວຍງານໃນສັງກັດ ລວມເຖິງລູກຄ້າຕ່າງປະເທດ ຫຼັງກວດພົບວ່າມີຊິ້ນສ່ວນໂລຫະໃນຍົນທີ່ຖືກຜະລິດໃນຈີນ.
ສຳນັກງານຈັກການຂໍ້ຕົກລົງດ້ານການປ້ອງກັນປະເທດຂອງສະຫະລັດ (Defense Contract Management Agency : DCMA) ໄດ້ແຈ້ງໄປຍັງສຳນັກງານໂຄງການຮ່ວມ F-35 ໃນສັງກັດເພນຕາກອນວ່າ ມີຊິ້ນສ່ວນໂລຫະປະສົມ ທີ່ຜະລິດໃນຈີນຖືກນຳໄປປະກອບເປັນແມ່ເຫຼັກຕິດຕັ້ງໄວ້ໃນປ້ຳເທີໂບແມຊຊີນຂອງ F-35
ທັ້ງນີ້ລັອດຮິດມາຕິນເປັນຜູ້ຜະລິດໃນສ່ວນຂອງລຳຕົວເຮືອບິນທັງໝົດ ແຕ່ປ້ຳເທີໂບແມຊຊີນນັ້ນຜະລິດໂດຍບໍລິສັດ ຮັນນິເວ
ສຳນັກງານໂຄງການຮ່ວມ F-35 ຢືນຢັນວ່າການຄົ້ນພົບນີ້ບໍ່ສົ່ງຜົນກະທົບຕໍ່ປະຕິບັດການຂອງເຮືອບິນ F-35 ເຊິ່ງຖືກໃຊ້ງານຢູ່ແລ້ວໃນປະຈຸບັນ
“ ເຮົາຂໍຢືນຢັນວ່າແມ່ເຫຼັກຕົວນີ້ບໍ່ມີການສົ່ງຂໍ້ມູນຫຼືກະທຳອັນຕະລາຍຕໍ່ເຮືອບິນໂດຍລວມແລະບໍ່ພົບຄວາມສ່ຽງດ້ານການປະຕິບັດງານ ຄຸນນະພາບ ຄວາມປອດໄພຫຼືຄວາມໝັ້ນຄົງ ອີກທັງເຮືອບິນ F-35 ທີ່ປະຈຳການຢູ່ແລ້ວຈະຍັງສາມາດໃຊ້ງານໄດ້ຕໍ່ໄປຕາມປົກກະຕິ”