5 ນິໄສສາມີທີ່ດີ ທີ່ເຮັດໃຫ້ພັນລະຍາພູມໃຈ ມີສາມີແບບນີ້ ໂຊກດີທີ່ສຸດໃນໂລກ
ຄູ່ຊີວິດຈະເປັນສິ່ງທີ່ດີທີ່ສວຍງາມ ຖ້າມີຄົນຮັກທີ່ດີໂດຍສະເພາະ ຄົນທີ່ເປັນສາມີ ອາລົມຈິດໃຈແລະນິໄສເປັນສິ່ງພື້ນຖານທີ່ດີແລ້ວຈະພາກັນດີຄູ່ກັນໄປ
1.ອາລົມດີ: ວິທີບໍລິຫານຄວາມຮັກແບບງ່າຍໆ ໃນຄອບຄົວກໍຄື ການມີອາລົມທີ່ດີ ການຢອກຫຼິ້ນກັນລະຫວ່າງຄູ່ແຕ່ງງານ ບໍ່ພຽງແຕ່ຈະເຮັດໃຫ້ຄວາມສຳພັນຮັກຍາວນານ ແຕ່ຍັງມີສ່ວນເຮັດໃຫ້ຄູ່ແຕ່ງງານມີສຸຂະພາບຈິດທີ່ດີ
ເຊິ່ງຫາກສາມີສາມາດເຮັດໃຫ້ພັນລະຍາຍິ້ມແລະຫົວ ເປັນກຳລັງໃຈໃຫ້ກັນສະເໝີ ບໍ່ວ່າຈະພົບບັນຫາແລະອຸປະສັກໃດໆກໍຕາມ ເຮົາຈະບໍ່ຄຽດກັບມັນຫຼາຍເກີນໄປແລະໃຊ້ຊີວິດຢູ່ດ້ວຍກັນຢ່າງມີຄວາມສຸກ
2. ມີຄວາມຮັບຜິດຊອບ: ສາມີທີ່ມີຄວາມຮັບຜິດຊອບຄອຍຊ່ວຍເຫຼືອຄົນຮັກແລະຄອບຄົວ ບໍ່ມີທາງທີ່ຜູ້ຍິງແບບເຮົາບໍ່ຮັກຫຼາຍຂຶ້ນ ຢ່າລືມວ່າໃນອານາຄົດພາຍຫຼັງ ຊີວິດຄູ່ຈະບໍ່ໄດ້ມີພຽງເລື່ອງສອງຄົນເຮົາເທົ່ານັ້ນ ແຕ່ຈະເປັນເລື່ອງຂອງລູກໆ, ຂອງຄອບຄົວທີ່ຈະມີເລື່ອງຈຸ໊ກຈິ້ກໃນບ້ານອີກຫຼາກຫຼາຍ
3. ສະເໝີຕົ້ນສະເໝີປາຍ: ເຊື່ອວ່າຜູ້ຍິງທຸກຄົນຕ່າງເຂົ້າໃຈດີກວ່າຊີວິດຫຼັງແຕ່ງງານ ບໍ່ໄດ້ຈະຫວານກັນຕະຫຼອດໄປ ມື້ໜຶ່ງຕ້ອງມີຈືດຈາງລົງແດ່ ແຕ່ສິ່ງທີ່ຢາກໃຫ້ສາມີຮັບຮູ້ໄວ້ກໍຄືຄວາມຫວານໃນຊີວິດຄູ່ມັນເຕີມໃຫ້ກັນໄດ້ຕະຫຼອດ ສະແດງໃຫ້ຮູ້ໄປເລີຍວ່າຈະເວົ້າຄຳວ່າຮັກ
4.ມີຄວາມອົດທົນ: ເມື່ອໃດກໍຕາມທີ່ເກີດບັນຫາຂຶ້ນໃນຄອບຄົວ ແລ້ວຄູ່ຮັກມີຄວາມອົດທົນ ຮ່ວມມືຮ່ວມໃຈ ຝັນຝ່າຕໍ່ບັນຫາແລະຄວາມຍາກລຳບາກໄປດ້ວຍກັນໄດ້ ບໍ່ວ່າຈະຍາກເທົ່າໃດ ມັນຄືບົດພິສູດຄວາມຮັກທີ່ມີແຕ່ກັນເມື່ອຜ່ານໄປໄດ້ຈະເຂົ້່າໃຈຫຼາຍຂຶ້ນ.
5.ຮັກດຽວໃຈດຽວບໍ່ເຈົ້າຊູ້: ເລື່ອງນີ້ເປັນເລື່ອງທີ່ສຳຄັນທີ່ສຸດ ຜູ້ຊາຍທີ່ບໍ່ມີນິໄສເຈົ້າຊູ້່, ຮັກດຽວໃຈດຽວ ຜູ້ຍິງໃດໄດ້ໄປຖືວ່າໂຊກດີຍິ່ງກວ່າຖືກເລກອີກ