ເກົາຫຼີເໜືອຜ່ານກົດໝາຍ ເຮັດໃຫ້ການມີອາວຸດນິວເຄຼຍຂອງປະເທດເປັນກົດໝາຍທີ່ປ່ຽນແປງບໍ່ໄດ້
ເກົາຫຼີເໜືອຜ່ານກົດໝາຍໃໝ່ ປະກາດຕົນເອງເປັນປະເທດອາວຸດນິວເຄຼຍ ເຮັດໃຫ້ນະໂຍບາຍມີອາວຸດນິວເຄຼຍກາຍເປັນກົດໝາຍທີ່ບໍ່ອາດແກ້ໄຂກັບຄືນໄດ້ ແລະເກົາຫຼີເໜືອມີສິດຊິງລົງມືໃຊ້ອາວຸດນິວເຄຼຍກ່ອນເພື່ອປ້ອງກັນຕົນເອງ ປິດທາງການເຈລະຈາປົດອາວຸດນິວເຄຼຍໂດຍສິ້ນເຊີງ.
ສຳນັກຂ່າວທາງເກົາຫຼີເໜືອຫຼື KCNAຂອງລັດຖະບານເກົາຫຼີເໜືອ ລາຍງານວ່າເກົາຫຼີເໜືອໄດ້ຜ່ານກົດໝາຍໃໝ່ປະກາດຕົນເອງເປັນປະເທດອາວຸດນິວເຄຼຍແລະເປັນສິດຂອງເກົາຫຼີເໜືອ ທີ່ຈະໃຊ້ການຊິງລົງມືໂຈມຕີດ້ວຍອາວຸດນິວເຄຼຍກ່ອນເພຶ່ອປ້ອງກັນຕົນເອງ
ດ້ານ ຄິມ ຈອງອຶນ ຜູ້ນຳເກົາຫຼີເໜືອລະບຸວ່າການຕັດສິນໃຈຄັ້ງນີ້ ບໍ່ອາດແກ້ໄຂກັບຄືນໄດ້ ແລະເປັນການປິດໂອກາດຄວາມເປັນໄປໄດ້ໃນການເຈລະຈາປົດອາວຸດນິວເຄຼຍຕ່າງໆ ໃນການກ່າວຕໍ່ສະພາແຫ່ງຊາດຫຼືສະພາເກົາຫຼີເໜືອທີ່ຜ່ານມາ ຄິມລະບຸຕໍ່ໄປວ່າ ສິ່ງສຳຄັນທີ່ສຸດຂອງກົດໝາຍໃໝ່ດັ່ງກ່າວເຊິ່ງເຮັດໃຫ້ນະໂຍບາຍອາວຸດນິວເຄຼຍການເປັນກົດໝາຍນັ້ນກໍເພື່ອຂີດເສັ້ນທີ່ບໍ່ອາດຫວນກັບຄືນໄດ້
ເພື່ອບໍ່ໃຫ້ມີການຕໍ່ລອງກ່ຽວກັບອາວຸດນິວເຄຼຍຂອງເຮົາໄດ້ອີກຕໍ່ໄປ ຄວາມເຄື່ອນໄຫວລ່າສຸດຂອງເກົາຫຼີເໜືອມີຂຶ້ນຫຼັງບັນດາຜູ້ສັງເກດການເກົາຫຼີເໜືອເຕືອນວ່າ ເກົາຫຼີເໜືອເບິ່ງຄືກຽມຮື້ຟື້ນການທົດສອບນິວເຄຼຍເປັນຄັ້ງທຳອິດໃນຮອບ 5ປີຕັ້ງແຕ່ຄັ້ງສຸດທ້າຍໃນປີ 2017.