5 ສິ່ງທີ່ຈະປ່ຽນໄປຫຼັງແຕ່ງງານ ເຜຶ່ອໃຈໄວ້ແລ້ວຫຼືບໍ່?
ການແຕ່ງງານບໍ່ແມ່ນພຽງການຈົດທະບຽນສົມລົດແລະການຈັດງານສະເຫຼີມສະຫຼອງ ແຕ່ເປັນການທີ່ເຮົາຈະໄດ້ເລີ່ມຕົ້ນໃນການໃຊ້ຊີວິດກັບຄົນຮັກ ເຊິ່ງແນ່ນອນວ່າການປ່ຽນຈາກແຟນໄປເປັນຄົນຮັກເຮັດໃຫ້ເກີດຄວາມປ່ຽນແປງ
1.ການປ່ຽນແປງທີີມາພ້ອມກັບການແຕ່ງງານມີພາລະໜ້າທີ່ຫຼາຍຂຶ້ນ ຄືການມີຄອບຄົວເຊິ່ງໝາຍຄວາມວ່າເຮົາບໍ່ໄດ້ຕົວຄົນດຽວອີກຕໍ່ໄປແລ້ວ ດັ່ງນັ້ນເຮົາຈະມີພາລະຫຼາຍຂຶ້ນກວ່າເກົ່າເຊິ່ງກໍຄືການດູແລຄົນຮັກແລະຄົນໃນຄອບຄົວ
2.ເມື່ອດົນໄປຄວາມຮັກອາດຈະຫວານໜ້ອຍລົງ: ເຮົາຕ້ອງຍອມຮັບໃຫ້ໄດ້ວ່າ ຫຼັງຈາກການແຕ່ງງານໄປດົນຄວາມຮັກອາດຈະບໍ່ຫວານຄືເກົ່າ ເນື່ອງຈາກການຢູ່ດ້ວຍກັນທຸກມື້ຈະປ່ຽນຄວາມຕື່ນເຕັ້ນແລະຄວາມຫວານເມື່ອໄດ້ພົບກັນ
3.ໃຊ້ເງິນຢ່າງອິດສະຫຼະບໍ່ໄດ້ຄືແຕ່ກ່ອນ: ເຮົາອາດຈະຕ້ອງມີ3ເງີນກອງກາງຮ່ວມກັນ ເພື່ອເປັນຄ່າໃຊ້ຈ່າຍພາຍໃນບ້ານ ຍິ່ງໃນກໍລະນີທີ່ເຮົາມີລຸູກຄ່າໃຊ້ຈ່າຍກໍຈະມາຫຼາຍຂຶ້ນໄປອີກ
4.ອິດສະລະໜ້ອຍລົງ: ເມື່ອແຕ່ງງານແລ້ວອິດສະລະກໍຈະຫຼຸດລົງໄປ ການຕັດສິນໃຈໃນການເຮັດຫຍັງກໍມັກຈະຕ້ອງເປັນການຕັດສິຍໃຈທີ່ໄດ້ຮັບການເຫັນພ້ອມຈາກອີກຝ່າຍດ້ວຍ ການຈະໄປທ່ຍວກັບໝູ່ເພື່ອນຄືກ່ອນແຕ່ງງານອາດຕະເຮັດບໍ່ໄດ້ຄືເກົ່າ
5.ນອກຈາກຄອບຄົວຕົນເອງແລ້ວກໍຕ້ອງໃສ່ໃຈຄອບຄົວອີກຝ່າຍພ້ອມ: ໂດຍສະເພາະໃນກໍລະນີທີ່ຍ້າຍເຂົ້າໄປຢູ່ໃນບ້ານຄົນຮັກກໍຕ້ອງຮູ້ຈັກຮັກຄອບຄົວຄົນຮັກເຮົາເຊັ່ນກັນ.