ສະຫະລັດຈະປະເຄື່ອງຍິງຈະຫຼວດ ໄວ້ຖານທັບຍີ່ປຸ່ນຕິດທະເລຈີນ ເຖິງຈະຈົບການຊ້ອມຮົບແລ້ວກໍ່ຕາມ

ສະຫະລັດຈະປະເຄື່ອງຍິງຈະຫຼວດໄວ້ຖານທັບຍີ່ປຸ່ນຕິດທະເລຈີນ ເຖິງຈະຈົບການຊ້ອມຮົບແລ້ວກໍ່ຕາມ

ພົນເອກຊາຣ໌ ຟລິນ໌ ຜູ້ບັນຊາການກອງທັບສະຫະລັດ ປະຈຳພູມີພາກປາຊີຟິກ ລະບຸວ່າ ເຂົາຈະຍັງບໍ່ຮີບຮ້ອນເກັບເຄື່ອງຍິງຈະຫຼວດ ແລະ ອາວຸດຊະນິດອື່ນໆ ຈາກຖານທັບຍີ່ປຸ່ນທີ່ຕິດກັບທະເລຈີນຕາເວັນອອກ ເຖິງແມ່ນວ່າການຊ້ອມຮົບຮ່ວມກັນຈະສິ້ນສຸດແລ້ວກໍ່ຕາມ.

ໂດຍຄວາມເຫັນດັ່ງກ່າວມີຂຶ້ນ ຫຼັງຈາກທີ່ເຂົາເດີນທາງໄປຢາມຖານທີ່ໝັ້ນຂອງກອງກຳລັງປ້ອງກັນຕົນເອງຍີ່ປຸ່ນ ທີ່ຕັ້ງຢູ່ເທິງເກາະອາມາມິ ໂອຊິມະ ທີ່ຢູ່ໃກ້ກັບເກາະໄຕ້ຫວັນ

ສຳລັບກຳນົດການຊ້ອມຮົບຮ່ວມກັນຈະຍັງມີຕື່ມອີກສອງເທື່ອໃນປີນີ້ ເຊິ່ງນັ້ນໝາຍຄວາມວ່າອາວຸດແລະອຸປະກອນຂອງສະຫະລັດທີ່ລວມມີທັງເຄື່ອງຍິງຈະຫຼວດຫຼາຍລຳ ທີ່ມີໄລຍະຍິງໄກເຖິງ 500ກິໂລແມັດ ຈະຍັງຄົງຢູ່ເທິງເກາະອາມາມິ ໂອຊິມະ ໄປອີກຫຼາຍເດືອນ.

ການມາຢາມຂອງຟລິນນ໌ເທື່ອນີ້ ມີຂຶ້ນໃນຊ່ວງເວລາທີ່ຍີ່ປຸ່ນກຳລັງປັບປຸງທັກສະທາງການທະຫານ ເພື່ອກຽມພ້ອມຮັບມືກັບໄພຄຸກຄາມທີ່ອາດຈະເກີດຂຶ້ນໄດ້ຈາກຈີນແລະລັດເຊຍ ຫຼັງຈາກທີ່ລັດເຊຍປະກາດໃຊ້ປະຕິບັດການທາງທະຫານໃນຢູເຄຼນເມື່ອທ້າຍເດືອນກຸມພາທີ່ຜ່ານມາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page