ທູດຈີນເຕືອນ ການສົ່ງອາວຸດໃຫ້ຢູເຄຼນບໍ່ໄດ້ຊ່ວຍນຳສັນຕິພາບ

ທູດຈີນເຕືອນ ການສົ່ງອາວຸດໃຫ້ຢູເຄຼນບໍ່ໄດ້ຊ່ວຍນຳສັນຕິພາບ

ຮອງຜູ້ແທນຖາວອນຂອງຈີນປະຈຳສະຫະປະຊາຊາດກ່າວໃນກອງປະຊຸມວ່າດ້ວຍຢູເຄຼນຄັ້ງທີ່3 ຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໂດຍເຕືອນວ່າການສົ່ງອາວຸດໃຫ້ຢູເຄຼນຈະບໍ່ນຳສັນຕິພາບ ແຕ່ຈະນຳໄປສູ່ບັນຫາບໍ່ມີມື້ສິ້ນສຸດແລະຄວາມສ່ຽງດ້ານຄວາມໝັ້ນຄົງ ຫາກອາວຸດເຫຼົ່ານັ້ນຕົກໄປຢູ່ໃນມືທີ່ຜິດ

ວິກິດຢູເຄຼນເຊິ່ງຍືດເຍື້ອຫຼາຍກວ່າ 6ເດືອນ ໄດ້ພິສູດໃຫ້ເຫັນແລ້ວວ່າ ມີແຕ່ສ້າງຄວາມທຸກທໍລະມານໃຫ້ແກ່ຜູ້ຄົນຫຼາຍຊີວິດ ທຸກມື້ນີ້ການຕໍ່ສູ້ຢ່າງດຸເດືອດຍັງເກີດຂຶ້ນໃນຫຼາຍພື້ນທີ່ ອາວຸດແລະລູກປືນຫຼັ່ງໄຫຼເຂົ້າສູ່ສະໜາມຮົບຢ່າງຕໍ່ເນື່ອງເຮັດໃຫ້ເກີດຄວາມວິກິດກາງວົນຢ່າງຍິ່ງວ່າສົງຄາມຈະບານປາຍ

ນັບຕັ້ງແຕ່ເລີ່ມວິກິດໃນຢູເຄຼນ ຈີນຍືນການຢ່າງໜັກແໜ້ນວ່າ ການສົ່ງອາວຸດຈະບໍ່ນຳສູ່ຄວາມສັນຕິພາບ ແຕ່ຈະເຕີມເຊື້ອໄຟເຮັດໃຫ້ບັນຫາຊັບຊ້ອນ ເຊິ່ງຜົນຕາມມາຄືບັນຫາດ້ານມະນຸດສະທຳ

Leave a Reply

Your email address will not be published. Required fields are marked *

You cannot copy content of this page