ພົບແຂ້ວມະນຸດບູຮານເກົ່າແກ່ອາຍຸ 1,8ລ້ານປີ

ພົບແຂ້ວມະນຸດບູຮານເກົ່າແກ່ອາຍຸ 1,8ລ້ານປີ

ຄະນະບູຮານຄະດີໃນຈໍເຈຍ ໄດ້ພົບແຂ້ວເກົ່າແກ່ອາຍຸ 1,8ລ້ານປີ ເປັນມະນຸດສາຍພັນທຳອິດ ທີ່ເຂົ້າມາຕັ້ງກົກຮາກໃນເອີຣົບກ່ອນປະຫວັດສາດ ໂດຍແຂ້ວດັ່ງກ່າວຄົ້ນພົບໃກ້ໝູ່ບ້ານອອຣ໌ຊະມານີ ຫ່າງຈາກກຸງທະບີລິຊີ ເມືອງຫຼວງຂອງຈໍຣເຈຍ

ໄປທາງພາກຕາເວັນຕົກສ່ຽງໃຕ້ປະມານ 100ກິໂລແມັດ ໃກ້ເມືອງມານິຊີ ເມືອງແລະບູຮານສະຖານ ເຊິ່ງເປັນຈຸດທີ່ພົບກະໂຫຼກມະນຸດເກົ່າແກ່ອາຍຸ 1,8ລ້ານປີ ພົບໃນຊ່ວງທ້າຍປີ 1990 ການພົບກະໂຫຼກທີ່ເມືອງມານີຊີ

ຖືເປັນການພົບທີ່ເກົ່າແກ່ທີ່ສຸດໃນໂລກນອກທະວີບອາຟຣິກກາແລະເຮັດໃຫ້ນັກວິທະຍາສາດເຂົ້າໃຈເຖິງວິວັດທະນາການ ແລະ ການອົບພະຍົບຂອງມະນຸດ ສ່ວນການພົບແຂ້ວມະນຸດແມ່ນຫ່າງຈາກຈຸດທີ່ພົບກະໂຫຼກປະມານ 20ກິໂລແມັດ


ຫົວໜ້າຄະນະນັກບູຮານຄະດີ ເປີດເຜີຍວ່າ ເຂົາເບິ່ງວ່າແຂ້ວທີ່ພົບເປັນຂອງພີ່ນ້ອງຫ່າງໆຂອງຜູ້ເປັນເຈົ້າຂອງກະໂຫຼກ ຢ່າງໃດກໍ່ຕາມນັກວິທະຍາສາດເຊື່ອວ່າມະນຸດຍຸກທຳອິດ ເປັນສາຍພັນໂຮໂມອິເລັກຕັສ ເປັນສະປີຊີສ໌ຂອງມະນຸດທີ່ສູນພັນໄປແລ້ວ. ແຕ່ຈໍເຈຍກໍ່ຍັງເປັນສະຖານທີ່ທີ່ພົບຊາກມ ະ ນຸ ດ ຍຸກທຳອິດທີ່ເກົ່າແກ່ທີ່ສູດນອກທະວີບອາຟຣິກກາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page