ນາໂຕຊີ້ຢູເຄຼນອາດຈະລົ້ມລະລາຍ ສູນເສຍຄວາມເປັນລັດເອກະລາດ

ນາໂຕຊີ້ຢູເຄຼນອາດຈະລົ້ມລະລາຍ ສູນເສຍຄວາມເປັນລັດເອກະລາດ

ເລຂາທິການນາໂຕເຕືອນຢູເຄຼນລະວັງລົ້ມລະລາຍ ພ້ອມແນະຢູເຄຼນໃຫ້ສູ້ຣັດເຊຍຕໍ່ໄປ ບໍ່ດັ່ງນັ້ນອາດຈະສິ້ນສຸດການເປັນລັດເອກະລາດ ເຢນ ສະໂຕເທນເບິກ ເລຂາທິການອົງການສົນທິສັນຍາແອດແລນຕິກເໜືອຫຼື

ນາໂຕກ່າວເຕືອນຢູເຄຼນວ່າ ຢູເຄຼນກຳລັງເຂົ້າສູ່ລະດູໜາວທີ່ໂຫດຮ້າຍພ້ອມຮຽກຮ້ອງໃຫ້ຢູເຄຼນສູ້ຮົບກັບຣັດເຊຍຕໍ່ີໄປບໍ່ດັ່ງນັ້ນຢູເຄຼນຈະສິ້ນສຸດການເປັນລັດເອກະລາດ ສະໂຕເທນເບິກກ່າວຕໍ່ໄປວ່າ ຖ້າປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນຳຣັດເຊຍແລະຣັດເຊຍຢຸດການສູ້ຮົບຈະມີສັນຕິພາບເກີດຂຶ້ນແຕ່ຖ້າຢູເຄຼນຢຸດການສູ້ຮົບຢູເຄຼນຈະສິ້ນສຸດການເປັນເອກະລາດ

ນອກຈາກນີ້ ສະໂຕເທນເບິກ ຍັງປະຕິເສດທີ່ຈະໃຫ້ກອບເວລາວ່າ ຄວາມຂັດແຍ້ງໃນຢູເຄຼນຈະຍຸຕິລົງເມື່ອໃດ ແຕ່ການສູ້ຮົບຄວນຍຸຕິລົງດ້ວຍການເຈລະຈາ ແນວໃດກໍຕາມເທົ່າທີ່ຜ່ານມາ ຍັງບໍ່ມີສັນຍານວ່າ ຣັດເຊຍຈະຢຸດການສູ້ຮົບໃນຢູເຄຼນ

ແຕ່ເຕືອນວ່າຢ່າງໜ້ອຍຕ້ອງກຽມຕົວສຳລັບລະດູໜາວທີ່ກຳລັງຈະມາເຖິງ ເຊິ່ງຊາດຕາເວັນຕົກຕ້ອງໃຫ້ການສະໜັບສະໜູນຢູເຄຼນຢ່າງຕໍ່ເນື່ອງ ລວມເຖິງຊຸດເຄື່ອງແບບ, ເຄື່ອງຜະລິດກະແສໄຟຟ້າແລະເຕັນສຳລັບລະດູໜາວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page