ສະຫະລັດປະກາດຂວ້ຳບາດບໍລິສັດຂອງອີຣ່ານ ຖານມີບົດບາດຮ່ວມຈັດຫາໂດຣນສົ່ງໃຫ້ຣັດເຊຍ

ສະຫະລັດປະກາດມາດຕາການຂວ້ຳບາດບໍລິສັດຂອງອີຣ່ານ 4ແຫ່ງ ຖານມີບົດບາດຮ່ວມຈັດຫາອາກາດຍານໄຮ້ຄົນຂັບຫຼືໂດຣນຂອງອີຣ່ານສົ່ງໃຫ້ຣັດເຊຍ

ກະຊວງການເງີນຂອງສະຫະລັດລະບຸໃນຖະແຫຼງການວ່າ ບໍລິສັດ ຊາຟິຣານ ແອພອສເຊີວິສ ສຳນັກງານຕັ້ງຢູ່ໃນກຣຸງເຕຫະຣານ ເປັນຜູ້ປະສານງານການບິນຈັດສົ່ງໂດຣນທີ່ຜະລິດໃນອີຣ່ານສົ່ງໃຫ້ຣັດເຊຍ ໂດຍມີອີກ 3ບໍລິສັດມີສ່ວນຮ່ວມໃນຂະບວນການວິໄຈພັດທະນາ

ຜະລິດແລະຈັດຊື້ຈັດຈ້າງໂດຣນເພື່ອສົ່ງໄປໃຫ້ຣັດເຊຍເຊິ່ງໂດຣນບາງລຸ່ນຂອງອີຮ່ານເປັນການດັດແປງເທັກໂນໂລຊີຈາກໂດຣນຂອງປະເທດອື່ນໆລວມທັງໂດຣນກວດການຂອງສະຫະລັດລຸ່ນຢູເອສ ອາຄິວ-170
ແອນໂທນີ ບິງເຄນ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະຫະລັດລະບຸວ່າ ກອງທັບຣັດເຊຍກຳລັງປະສົບບັນຫາການຈັດຫາອາວຸດ

ເນື່ອງຈາກຖືກນານາຊາດຂວ້ຳບາດແລະຄວບຄຸມການສົ່ງອອກ ຈອ່ງຕ້ອງຫັນໄປຫາປະເທດຢ່າງອີຣ່ານເພື່ອຈັດຫາແລະສົ່ງມອບອາວຸດຍຸດໂທປະກອນໃຫ້ ສະຫະລັດຈະໃຫ້ຜູ້ສະໜັບສະໜູນປະຕິບັດການທາງທະຫານຂອງຣັດເຊຍໃນຢູເຄຼນຕ້ອງມີສ່ວນຮ່ວມຮັບຜິດຊອບດ້ວຍ


ການຂວ້ຳບາດບໍລິສັດ 4ແຫ່ງດັ່ງກ່າວເກີດຂຶ້ນຂະນະການຫາລືທາງອ້ຶອມລະຫວ່າງອີຣ່ານແລະສະຫະລັດເພື່ອຟື້ນຂ້ຳຕົກລົງນິວເຄຼຍສະບັບປີ 2015ທີ່ສະຫະລັດ ຖອນຕົວອອກມາໃນຍຸກລັດຖະບານຂອງອະດີດປະທານາທິບໍດີໂດນັນ ທຣ້ຳ ບໍ່ໄດ້ມີຄວາມຄືບໜ້າຫຼາຍ ແລະສະຫະລັດຍັງກ່າວຫາອີຣ່ານຈັດສົ່ງໂດຣນໃຫ້ຣັດເຊຍໃຊ້ໃນປະຕິບັດການທາງທະຫານໃນຢູເຄຼນໂດຍອີຣ່ານອອກມາປະຕິເສດແລ້ວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page