ເຄີຍສົງໃສບໍ່ວ່າເປັນຫຍັງຍິ່ງອາຍຸຫຼາຍຍິ່ງທຸກຫຼາຍ ( ຂຽນເຕືອນສະຕິດີຫຼາຍ)
ຊີວິດເຮົາບໍ່ມີຫຍັງຍາກເກີນຄວາມເຂົ້າໃຈຫຼັກການໃຊ້ຊີວິດແບບລຽບງ່າຍທີ່ຕ້ອງຮຽນຮູ້ໄວ້..ບາງຄົນມັກເຮົາແລະບາງຄົນບໍ່ມັກເຮົາໃນທ້າຍທີ່ສຸດແລ້ວ ເຮົາກໍພຽງດຳເນີນຊີວິດດ້ວຍການເປັນຕົວຂອງຕົວເອງແລະຄົນອ້ອມຂ້າງທີ່ຮັກເຮົາ..ໃຫ້ມີຄວາມສຸກທີ່ສຸດກໍ່ພໍ
ກົດ 5ຂໍ້ເພື່ອຄວາມສຸກທີ່ຍືນຍົງ:
1.ຢູ່ກັບສິ່ງທີ່ເປັນພໍໃຈໃນສິ່ງທີ່ມີ: ຄວາມຢາກໄດ້ຢາກມີກໍສາມາດສ້າງຄວາມທຸກໄດ້ຄືກັນ ຄືກັບການປຸກກິເລດທີ່ຢູ່ໃນໂຕເພື່ອມາເຮັດໃຫ້ເຮົາເປັນທຸກແຕ່ຄວາມທຸກແບບນີ້ແກ້ໄດ້ບໍ່ຍາກພຽງຢູ່ກັບປະຈຸບັນໃຫ້ຫຼາຍທີ່ສຸດ ຢ່າລືມວ່າເຮົາບໍ່ຄາດຫວັງ ເຮົາກໍຈະບໍ່ຜິດຫວັງ
2.ຈິດໃຈທີ່ເຂັ້ມແຂງອາດຊະນະທຸກສິ່ງ: ການຈະທຸກຫຼືບໍ່ທຸກນັ້ນຂຶ້ນຢູ່ກັບຈິດໃຈຂອງເຮົາເອງ ຄິດວ່າທຸຸກມັນກໍທຸກ ຄິດວ່າສຸກມັນກໍສຸກບໍ່ມີໃຜຫຼືສິ່ງໃດເຮັດໃຫ້ເຮົາທຸກໄດ້ ນອກຈາກຕົວເຮົາເອງ ຖ້າປຽບຄວາມທຸກຄືກ້ອນຫິນ ຖ້າຄົນອື່ນເອົາກ້ອນຫິນມາຝາກເຮົາຖືໄວ້ ພຽງເຮົາປ່ອຍອອກໄປກໍບໍ່ຕ້ອງອົດຖືຄວາມທຸກໜັກ
3.ເບິ່ງເຫັນຄຸນຄ່າໃນຕົນເອງ: ບາງທີທີ່ຄົ ນເຮົາມີທຸກ ກໍເພາະຢ້ານແຕ່ເບິ່ງວ່າເຮົາສູ້ຄົນອື່ນບໍ່ໄດ້ ດ້ອຍກວ່າຄົນອື່ນທຸກຢ່າງບໍ່ວ່າຈະເປັນຫຍັງກໍຕາມ ແຕ່ການຢ້ານແຕ່ສົງສານຕົນເອງ ໂທດຕົນເອງກໍເຮັດໃຫ້ເກີດຄວາມທຸກໄດ້ ແລະຄວາມທຸກທີ່ເກີດຈາກຕົວເຮົາເອງນີ້ແລະເຮັດໃຫ້ເຊົາທຸກໄດ້ຍາກທີ່ສຸດ.
4.ໃຫ້ຄຸນຄ່າກັບຜູ້ຄົນບໍ່ແມ່ນວັດຖຸສິ່ງຂອງ: ສັງຄົມວັດຖຸນິຍົມດຽວນີ້ໃຜທີ່ບໍ່ມີບາງຢ່າງແຕ່ຄົນອື່ນມີ ມັກຈະກາຍເປັນຄົນແປກເປັນຄົນທີ່ຕ້ອງເອົາຕົວເອງອອກຈາກສັງຄົມນັ້ນໆທັ້ງທີ່ວັດຖຸເຫຼົ່ານີ້ບໍ່ສາມາດວັດຄຸນຄ່າຂອງໃຜໄດ້ເລີຍ
5.ກິນເພື່ອຢູ່ບໍ່ໄດ້ຢູ່ເພື່ອກິນ: ການກິນເຖິງແມ່ນວ່າຈະເຮັດໃຫ້ມີຄວາມສຸກໄດ້ແຕ່ກໍເຮັດໃຫ້ເຮົາເກີດທຸກໄດ້ຄືກັນ ກິນແນວໃດກໍເປັນແບບນັ້ນ ກິນຫຼາຍກໍຕຸ້ນ ພໍກິນແລ້ວນອນກໍຮ່າງກາຍປ່ວຍທຸກສິ່ງທຸກຢ່າງເລີ່ມຕົ້ນມາຈາກພຶດຕິກຳການກິນຂອງເຮົາທັ້ງນັ້ນ