ເລີ່ມແຕກກັນ! ຜູ້ນຳເຊເຊນຕຳໜິທະຫານລັດເຊຍຫຼັງເສຍທ່າໃຫ້ຢູເຄຼນ
ຜູ້ນຳເຊເຊນພັນທະມິດຂອງປະທານາທິບໍດີວະລາດິມີປູຕິນ ວິພາກວິຈານຜົນງານຂອງກອງທັບຣັດເຊຍ ຫຼັງປະສົບຄວາມພ່າຍແພ້ໃນສະໜາມຮົບມິອິຊຽມ ເຊິ່ງເປັນສູນສະບຽງອັນສຳຄັນຍິ່ງໃນແຄ້ວນຄາຄິທາງພາກຕາເວັນອອກຂອງຢູເຄຼນ
ເຊິ່ງເຂົາຍອມຮັບວ່າການເຮັດເສິກສົງຄາມກຳລັງບໍ່ເປັນໄປຕາມແຜນຫາກບໍ່ມີການປັບປ່ຽນໃນມື້ນີ້ຫຼືມື້ອື່ນ ໃນການດຳເນີນປະຕິບັດການພິເສດດ້ານການທະຫານ ຈະຕ້ອງໄດ້ເຂົ້າໄປຫາຜູ້ນຳປະເທດ ເພື່ອຊີ້ແຈງໃຫ້ພວກເຂົາຟັງກ່ຽວກັບສະຖານະການໃນພາກສົງຄາມ ຄາດິຣັອບ ຜູ້ນຳເຊເຊນເຊິ່ງໄດ້ຮັບການແຕ່ງຕັ້ງຈາກເຄຣມລິນກ່າວ.
ເຮົາມີຄົນຂອງເຮົາຢູ່ບ່ອນນັ້ນ ພວກນັກຮົບກຽມພ້ອມຢ່າງສະເພາະເຈາະຈົງສຳລັບສະຖານະການດັ່ງກ່າວ ມີນັກຮົບຫຼາຍກວ່າ 10.000ຄົນ ພ້ອມເຂົ້າຮ່ວມພວກເຂົາເຮົາຈະເຖິງໂອເດຊາໃນອານາຄົດອັນໃກ້ທີ່ສຸດ” ເຂົາກ່າວ
ສຽງວິພາກວິຈານນີ້ມີຂຶ້ນຫຼັງຈາກເບິ່ງຄືວ່າພວກຜູ້ນຳທະຫານຣັດເຊຍຈະຕັ້ງຕົວບໍ່ຕິດກັບປະຕິບັດການຂອງຢູເຄຼນໃນການໂຈມຕີຕອບໂຕ້ກັບການຮຸກຮານຂອງມອສໂກທາງພາກຕາເວັນອອກສຽງເໜືອ.